ຫົວໜ້າຄະນະອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດເຮັດວຽກກັບຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ

ຫົວໜ້າຄະນະອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດເຮັດວຽກກັບຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ - ảnh 1
ທີ່​ການ​ເຮັດ​ວຽກ ຢູ່​ນະຄອນ ອຽນ​ບ໋າ​ຍ ​ແຂວງ ອຽນ​ບ໋າ​ຍ
(ພາບ: yenbai.org)

(vovworld) –​​ ຕອນ​ເຊົ້າ​ວັນ​ທີ 27/05 ຢູ່​ນະຄອນ ອຽນ​ບ໋າ​ຍ ​ແຂວງ ອຽນ​ບ໋າ​ຍ, ຫົວ​ໜ້າ​ຄະນະ​ອົງການ​ຕາງໜ້າ ຫວຽດນາມ ປະຈຳຕ່າງປະ​ເທດ ອາຍຸ​ການ 2016 – 2019 ​​ໄດ້ເຮັດ​ວຽກກັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. ​ເຂົ້າ​ຮ່ວມ​ການ​ເຮັດ​ວຽກ​ມີ​ທ່ານ ​ເຢືອງຈີ໋ຢຸງ ​ເອກ​ອັກ​ຄະ​ລັດຖະທູດ​ຜູ້​ມີ​ອຳນາ​ດ​ເຕັມ, ຫົວ​ໜ້າ​ຜູ້ຕາງໜ້າ​ ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ; ມີ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ກົງ​ສູນ​ໃຫຍ່ ຫວຽ​ດນາມ ປະຈຳ​ຕ່າງ​ປະ​ເທດ 18 ທ່ານ; ການ​ນຳ​ບັນດາ​ແຂວງ​ໃນ​ເຂດ.

        ທີ່​ການ​ເຮັດ​ວຽກ, ທ່ານ ​ເຫົ່າ​ອາ​ເລ່ັງ ຮອງ​ຫົວ​ໜ້າ​ຄະນະປະຈຳ​ຊີ້ນ​ຳ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ ລາຍ​ງານ​ຕໍ່​ຄະນະ​ປະຕິບັດ​ງານ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ​ຍ້ອນສະພາບພູມ​ສັນຖານ​ສັບສົນ,​ ມີ​ຫລາຍ​ຊົນ​ເຜົ່າສ່ວນ​ໜ້ວຍ, ລະດັບ​ຄວາມ​ຮັບ​ຮູ້​ແຕກ​​ໂຕນກັນ… ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຍັງ​ແມ່ນ​ເຂດ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ຄວນ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ພັກ, ລັດ ​ແລະ ບັນດາ​ອົງ​ກັນ​ຈັດ​ຕັ້ງ​ສາກົນ.

ຂ່າວ/ບົດ​ອື່ນ