ຫົວໜ້າຄະນະເຈລະ ຈາ 6 ຝ່າຍຂອງຈີນ ຢ້ຽມຢາມ ສປປ.ເກົາຫຼີ


ຫົວໜ້າຄະນະເຈລະ ຈາ 6 ຝ່າຍຂອງຈີນ ຢ້ຽມຢາມ ສປປ.ເກົາຫຼີ - ảnh 1

ທ່ານຫວູຕາ​ເຫວີຍຫົວໜ້າ​ຄະນະ​ເຈລຈະ​ຈາ 6 ຝ່າຍ​ຂອງຈີນ

(ພາບ: Bloomberg)

 (vovworld)- ວັນ​ທີ 17/3,  ທ່ານ ຫວູຕາ​ເຫວີຍ ຫົວໜ້າ​ຄະນະ​ເຈລຈະ​ຈາ 6 ຝ່າຍ​ຂອງຈີນ ​ໄດ້​ເດີນທາງ​ໄປ​ນະຄອນ​ຫຼວງພຽງ​ຢາງ​ ຂອງ ສປປ.​ເກົາຫຼີ. ຂ່າວ​ລະອຽດ​ຂອງ​ການ​ຢ້ຽມຢາມ​ຄັ້ງນີ້​ບໍ່​ທັນ​ໄດ້​ປະກາດ​ເທື່ອ ​ແຕ່​ແຫຼ່ງຂ່າວ​ຕ່າງໆ​ໃຫ້​ຂໍ້​ສັງ​ເກດ​ເວ່າ: ທ່ານ​ຫວູຕາ​ເຫວີຍ ຈະ​ເຈລະຈາ​ກັບ​ບັນດາ​ເຈົ້າໜ້າ​ທີ່ ສປປ.​ເກົາຫຼີ, ​ໃນ​ນັ້ນມີ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຜູ້​ທີ​ໜຶ່ງ ​ແລະ ​ແມ່ນ​ຜູ້ຕາງໜ້າ​ບັນຫາ​ນິວ​ເຄຼຍຂອງ ສປປ.​ເກົາຫຼີ, ທ່ານ Kim Kye Gwan.

  ທ່ານ​ຫວູຕາ​ເຫວີຍ ຢ້ຽມຢາມ ສປປ.​ເກົາຫຼີ ຄັ້ງຫຼ້າ​ສຸດ​ແມ່ນ​ເມື່ອ​​ເດືອນ 11/2013, ​ ກ່ອນ​ທີ່​ທ່ານ​ມີ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງ​ອາ​ເມ​ລິ​ກາ, ທ່ານ Glyn Davies ຢູ່​ປັກ​ກິ​ງ 2,3 ວັນ. ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ການ​ກັບ​ຄືນ​ປັກ​ກິ​ງ ​ເມື່​ອ​ເດືອນ 1/2014 ຜ່ານ​ມາ, ທ່ານ Davies ​ໃຫ້​ຮູ້​ວ່າ: ວໍ​ຊິງ​ຕັນ ​ແລະ ປັກ​ກິ​ງ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ນຳ ສປປ.​ເກົາຫຼີ ກັບ​ຄືນ​ສູ່​ການ​ເຈລະຈາ​ຄັ້ງຕ່າງໆ “ທີ່​ມີ​ຄວາມ​ໝາຍ“ ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ປະ​ເທດ​ນີ້./.

ຂ່າວ/ບົດ​ອື່ນ