ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ ສູນ​ກາງ ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂົນ​ຂວາຍ​ການ​ເລືອກ​ຕັ້ງ ຢູ່​ແຂວງ ແຄ໊ງ​ຮ່​ວາ

(VOVWORLD) -ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງ ຜູ້ຕາງໜ້າການນຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ແຄ໊ງຮ່ວາ ປະກາດບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ຢ່າງເປັນທາງການ ຢູ່ເຂດເລືອກຕັ້ງເລກ 1, ຜ່ານຊີວະປະຫວັດຫຍໍ້ຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ.
ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ ສູນ​ກາງ ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂົນ​ຂວາຍ​ການ​ເລືອກ​ຕັ້ງ ຢູ່​ແຂວງ ແຄ໊ງ​ຮ່​ວາ - ảnh 1ທ່ານ ກຳມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວັນແອັງ  ກ່າວຄຳເຫັນທີ່ການພົບປະ (ພາບ: dangcongsan)

ໃນລະຫວ່າງວັນທີ 5 – 11 ພຶດສະພາ 2021, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ແຄ໊ງຮ່ວາ ໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV ອາຍຸການ 2021 – 2026. ທ່ານ ກຳມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວັນແອັງ ໄດ້ເຂົ້າຮ່ວມກອງປະຊຸມຢູ່ເຂດເລືອກຕັ້ງເລກ 1, ລວມມີ ເທດສະບານ ນິງຮ່ວາ ແລະ ເມືອງວ້ານນິງ, ແຂວງແຄ໊ງຮ່ວາ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງ ຜູ້ຕາງໜ້າການນຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ແຄ໊ງຮ່ວາ ປະກາດບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ຢ່າງເປັນທາງການ ຢູ່ເຂດເລືອກຕັ້ງເລກ 1, ຜ່ານຊີວະປະຫວັດຫຍໍ້ຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ. ໃນການພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາບການເລືອກຕັ້ງ, ທ່ານ ເຈິ່ນຕວັນແອັງ ໄດ້ສະເໜີເນື້ອໃນໂຄງການດຳເນີນງານຂອງຕົນ. ບາງໜ້າທີ່ຈຸດສຸມ ທີ່ທ່ານ ເຈິ່ນຕວັນແອັງ ໄດ້ກຳນົດນັ້ນແມ່ນ: ເປັນເສນາທິການ, ສະເໜີກັບສູນກາງກ່ຽວກັບການສ້າງທິດທາງ, ແຜນນະໂຍບາຍ, ນະໂຍບາຍໃຫຍ່ ເພື່ອຜົນປະໂຫຍດຂອງປະເທດ, ເພື່ອປະຊາຊົນ ແລະ ນຳເສດຖະກິດຂອງແຂວງ ແຄ໊ງຮ່ວາ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ