ຫົວໜ້າຄະນະເສດຖະກິດຕ້ອນຮັບຄະນະຊ່ຽວຊານກອງທຶນເງີນຕາສາກົນ

ຫົວໜ້າຄະນະເສດຖະກິດຕ້ອນຮັບຄະນະຊ່ຽວຊານກອງທຶນເງີນຕາສາກົນ - ảnh 1
ທ່ານ ຫງວຽນ​ວັນ​ບີ່ງ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດສູນ​ກາງ
ຕ້ອນ​ຮັບ ທ່ານ Alex Moumouras ຫົວ​ໜ້າ​ຄະ​ນະ​ຊ່ຽວ​ຊານ IMF
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 30/3, ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ ຫງວຽນ​ວັນ​ບີ່ງ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດສູນ​ກາງ ຫວຽດ​ນາມ ຕ້ອນ​ຮັບ ຄະ​ນະຊ່ຽວ​ຊານກອງ​ທຶນ​ເງີນ​ຕາ​ສາ​ກົນ (IMF) ພວມ​ເຮັດ​ວຽກ ຢູ່ ຫວຽດ​ນາມ. ຢູ່​ທີ່​ນີ້, ທ່ານ ຫງວຽນ​ວັນ​ບີ່ງ ຫົວ​ໜ້າ​ຄະ​ນະ​​ເສດ​ຖະ​ກິດສູນ​ກາງ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ແລະ IMF; ຕີ​ລາ​ຄາ​​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກຂອງ​ຄະ​ນະຢ່າງຕັ້ງ​ໜ້າ; ແລກ​ປ່ຽນ​ຕີ​ລາ​ຄາ​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ ຫວຽດ​ນາມ ໃນ​ໄລ​ຍະມໍ່ໆ​ມາ​ນີ້. ທ່ານ ຫງວຽນ​ວັນ​ບີ່ງ ໄດ້​​ແຈ້ງແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫຍ່ ຂອງ​ພັກ​ກອມ​ມຸ​ນິດ​ຫວຽດ​ນາມ ກ່ຽວ​ກັບ ​ການ​ປ່ຽນ​ໃໝ່ຮູບ​ແບບເຕີບ​ໂຕ​, ຍົກ​ສູງຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ ແລະ ການແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ການ​ປະ​ຕີ​ບັດວິ​ວັດ​ທະ​ນາ​ການເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ກັບສາ​ກົນ, ຮັກ​ສາ ຄວາມ​​ໝັ້ນ​ຄົງ ດ້ານການ​ເມືອງ - ສັງ​ຄົມ ໃນ​​ສະ​ພາບ​ຫວຽດ​ນາມພວມ​ເຂົ້າ​ຮ່ວມ​ບັນ​ດາສັນ​ຍາ​ການ​ຄ້າເສ​ລີ​ລຸ້ນ​ໃໝ່.

        ສ່ວນ​ທ່ານ Alex Moumouras ຫົວ​ໜ້າ​ຄະ​ນະ​ຊ່ຽວ​ຊານ IMF, ຕີ​ລາ​ຄາ​ສູງ ຄຳ​ເຫັນ ແລະ ​ແຈ້ງ​ການ ຂອງ  ທ່ານ ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດສູນ​ກາງ ຫງ​ວຽນ​ວັນ​ບີ່ງ ກ່ຽວ​ກັບ​ສະ​ພາບເສດ​ຖະ​ກິດ ຫວຽ​ດ​ນາມ, ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ​ການກຳ​ນົດ​ທິດ​ພັດ​ທະ​ນາ ໄລ​ຍະ 2016 - 2020 ແລ​ະ ບັນ​ດາ​ບຸ​ລິ​ມະ​ສິດ​, ເປົ້າ​ໝາຍພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຂອງ ຫວຽດ​ນາມ. ສຳ​ລັບບັນ​ດາ​ຈຸດ​ສຸມ​ການປະ​ຕິ​ຮູບ ຂອງ ຫ​ວຽດ​ນາມ, ທ່ານ Alex Moumouras ສະ​ແດງ​ຄວາມເຫັນ​ດີ​​ເປັນເອ​ກະ​ສັນ​ຕໍ່​ການ​ປະ​ຕິ​ຮູບ​ນະ​ໂຍ​ບາຍປີ​ການ​ເງີນ, ສືບ​ຕໍ່ ສ້າງ​​ໂຄງ​ປະ​ກອບລະ​ບົບ​ທະ​ນາ​ຄານ ແລະ ລະ​ບົບວິ​ສາ​ຫະ​ກິດຄືນ​ໃໝ່, ພ້ອມ​ທັງ​ຢືນ​ຢັນ​ຈະ​​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ ແລະ ໜູນ​ຊ່ວຍ​ ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ