ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ: ມະ​ຕິ​ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 6 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII ແມ່ນ​ເຂັ້ມ​ຊີ​ທິດ​ເພື່ອ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​ເປັນ​ລະ​ອຽດ

(VOVWORLD) - ໂດຍທ່ານເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງ ສະເໜີຫົວເລື່ອງສະເພາະ “ສືບຕໍ່ຍູ້ແຮງວຽກງານຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045” 
ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ: ມະ​ຕິ​ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 6 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII ແມ່ນ​ເຂັ້ມ​ຊີ​ທິດ​ເພື່ອ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​ເປັນ​ລະ​ອຽດ - ảnh 1 ທ່ານເຈິ່ນຕວັນແອັງ, ຫົວໜ້າຄະນະເສດຖະກິດສູນກາງ 

ວັນທີ 6 ທັນວາ, ໂດບສືບຕໍ່ລາຍການກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມບັນດາມະຕິສຳຄັນຢູ່ກອງປະຊຸມຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ບັນດາຜູ້ແທນໄດ້ຮັບຟັງ ຫົວເລື່ອງສະເພາະ “ສືບຕໍ່ຍູ້ແຮງວຽກງານຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045” ໂດຍທ່ານເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງ ເປັນຜູ້ສະເໜີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍ່ໄດ້ສະເໜີກ່ຽວກັບ ຫົວຂໍ້ການກຳນົດທິດການວາງແຜນຜັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050”. ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາ ຊີ້ນຳ ແລະ ສະຫຼຸບກອງປະຊຸມ. ທ່ານເຈິ່ນຕວັນແອັງ, ຫົວໜ້າຄະນະເສດຖະກິດສູນກາງ, ໃຫ້ຮູ້ວ່າ:

ທັດສະນະທີໜຶ່ງຕ້ອງເຮັດໃຫ້ແຈ້ງເນື້ອໃນຄວາມຮັບຮູ້ກ່ຽວກັບການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ແມ່ນວິວັດການປ່ຽນແປງພື້ນຖານເສດຖະກິດ ແລະ ຊີວິດສັງຄົມໂດຍພື້ນຖານ ແລະ ຮອບດ້ານ ໂດຍອີງໃສ່ການພັດທະນາຂອງອຸດສາຫະກຳ ແລະ ການບໍລິການບົນພື້ນຖານຂອງວິທະຍາສາດ, ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ”. ທັດສະນະທີ ສອງ, ເນັ້ນໜັກເຖິງທັດສະນະລຸລ່ວງຂອງພັກ ຖືການຍູ້ແຮງວຽກງານຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝແມ່ນພາລະກິດຂອງທົ່ວປວງຊົນ ແລະ ທັງລະບົບການເມືອງ. ທັດສະນະທີ 3, ກຳນົດເນື້ອໃນ ແລະ ຄຳຮຽກຮ້ອງຫຼັກແຫຼ່ງ “ຕ້ອງຂຸດຄົ້ນ ແລະ ເສີມຂະຫຍາຍທຸກຄວາມສາມາມບົ່ມຊ້ອນ, ທ່າໄດ້ປຽບຂອງປະເທດຊາດ, ຂອງແຕ່ລະເຂດພາກ ແລະ ທ້ອງຖິ່ນ ເປັນຢ່າງດີ…

ຕອບກັບ

ຂ່າວ/ບົດ​ອື່ນ