ຫົວໜ້າຄະນະ​ເສດຖະກິດ​ສູນ​ກາງ ​ເຮັດ​ວຽກກັບ ຄະນະ​ຜູ້ຕາງໜ້າຫວຽດນາມ ປະ​ຈໍາ ສປຊ

(VOVWORLD) - ວັນທີ 9 ທັນວາ, ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ພັກກອມມູນິດຫວຽດນາມ ໄດ້ມີການເຮັດວຽກກັບພະນັກງານຫຼັກແຫຼ່ງຂອງຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ແລະ ຜູ້ຕາງໜ້າບັນດາອົງການຂອງຫວຽດນາມ ຢູ່ ສປຊ.
ຫົວໜ້າຄະນະ​ເສດຖະກິດ​ສູນ​ກາງ ​ເຮັດ​ວຽກກັບ ຄະນະ​ຜູ້ຕາງໜ້າຫວຽດນາມ ປະ​ຈໍາ ສປຊ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ  ແລະ ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ພັກກອມມູນິດຫວຽດນາມ (ພາບ: TTXVN)

        ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ແບ່ງປັນກ່ຽວກັບບັນດາສິ່ງທ້າທາຍ ເມື່ອຫວຽດນາມ ຮັບດໍາລົງຕໍາແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນມັງກອນ ປີ 2020, ເຊິ່ງເປັນເດືອນທີ່ ຫວຽດນາມ ຮັບໜ້າທີ່ເປັນ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ  2020 – 2021 ຢ່າງເປັນທາງການ.

        ນະທີ່ນີ້, ທ່ານ ຫງວຽນວັນບິ່ງ ກໍຢັ້ງຢືນວ່າ ໜຶ່ງໃນບັນດາຜົນງານໃຫຍ່ທີ່ສຸດ ເຊິ່ງຫວຽດນາມ ບັນລຸໄດ້ໃນປີ 2019  ແມ່ນຮັກສາພື້ນຖານເສດຖະກິດມະຫາພາກເປັນປົກກະຕິ, ໂດຍບໍ່ຫວັ່ນໄຫວຕໍ່ບັນດາການຜັນແປຂອງສະພາບການໂລກ ແລະ ຕະຫຼາດເສດຖະກິດສາກົນ. ຫວຽດນາມ ຍັງມີຫຼາຍວຽກຕ້ອງເຮັດ, ພິເສດແມ່ນຕ້ອງມານະພະຍາຍາມຍາດເອົາເອກະລາດດ້ານເສດຖະກິດ ເພື່ອເປັນເຈົ້າການຕ້ານຄືນບັນດາການຜັນແປຢ່າງກະທັນຫັນຈາກພາຍນອກໃຫ້ມີປະສິດທິຜົນ, ພ້ອມກັນນັ້ນ ກໍຕ້ອງມີການປ່ຽນແປງໃໝ່ໃນການບໍລິຫານລັດ ເພື່ອໃຫ້ເໝາະສົມກັບເສດຖະກິດການຕະຫຼາດ ແລະ ສ້າງເງື່ອນໄຂເພື່ອໃຫ້ເສດຖະກິດພາກເອກະຊົນກາຍເປັນກໍາລັງໜູນຂອງທັງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ