ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຫງວຽນ​ວັນ​ບິ່ງຕອ້ນ​ຮັບ​ທ່ານຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດນຳ​ມັນ​ອາຍ​ແກັດ Total (ປະ​ເທດ​ຝ​ຣັ່ງ)

(VOVWORLD) -ຕອນບ່າຍວັນທີ 21 ພະຈິກ, ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານຫງວຽນວັນບິ່ງຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມໄດ້ໃຫ້ການຕ້ອນຮັບ ທ່ານ Philip Olivier, ຮອງປະທານຜູ້ຮັບຜິດຊອບວຽກງານທຸລະກິດອາຍແກັດທຳມະຊາດທີ່ເປັນທາດແຫຼວຂອງກຸ່ມບໍລິສັດນ້ຳມັນອາຍແກັດ Total (ປະເທດຝຣັ່ງ). 
ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຫງວຽນ​ວັນ​ບິ່ງຕອ້ນ​ຮັບ​ທ່ານຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດນຳ​ມັນ​ອາຍ​ແກັດ Total (ປະ​ເທດ​ຝ​ຣັ່ງ) - ảnh 1ທ່ານຫງວຽນວັນບິ່ງຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມໃຫ້ການຕ້ອນຮັບ ທ່ານ Philip Olivier, ຮອງປະທານຜູ້ກຸ່ມບໍລິສັດນ້ຳມັນອາຍແກັດ Total (ພາບ: TTXVN)

ທ່ານຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມເນັ້ນໜັກວ່າ: ນະໂຍບາຍດ້ານພະລັງງານຂອງຫວຽດນາມແມ່ນພັດທະນາຢ່າງຄົບຊຸດແລະເໝາະສົມກັບລະບົບດ້ານພະລັງງານປະກອບມີ: ພະລັງງານໄຟຟ້າ, ອາຍແກັດ, ຖ່ານຫີນ, ພະລັງງານໃໝ່ ແລະພະລັງງານຜະລິດຄືນໃໝ່, ໃນນັ້ນ, ເອົາໃຈໃສ່ພັດທະນາດ້ານພະລັງງານສະອາດ, ໃຫ້ບູລິມະສິດພັດທະນາພະລັງງານໃໝ່ ແລະພະລັງງານຜະລິດຄືນໃໝ່. ໃນສະພາບຄວາມຕ້ອງການພະລັງງານສະອາດເພື່ອຮັບໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມທີ່ເພີ່ມຂຶ້ນສູງ, ຫວຽດນາມ ຕ້ອງການແຫຼ່ງລົງທຶນຂະໜາດໃຫ່ຍເຂົ້າໃນຂົງເຂດພະລັງງານທີ່ສຸດ , ຫວຽດນາມພ້ອມແລ້ວທີ່ຈະຊ່ວຍໜູນໃຫ້ແກ່ການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດແລະຜັນຂະຫຍາຍໂຄງການຂອງກຸ່ມບໍລິສັດນ້ຳມັນອາຍແກັດTotal ແລະບັນດາວິສາຫະກິດ ຝຣັ່ງທີ່ມາລົງທຶນຢູ່ ຫວຽດນາມ.

        ສ່ວນທ່ານ Philip Olivierມີຄວາມປາດຖະໜາຢາກ ລົງທຶນໃນໄລຍະຍາວນານ, ເຂົ້າຮ່ວມບັນດາໂຄງການຈຸດສຸມໃນຂະແໜງໄຟຟ້າຂອງຫວຽດນາມ, ຊຸກຍູ້ການພັດທະນາຂອງຕະຫຼາດພະລັງງານ, ພິເສດແມ່ນຂະແໜງອາຍແກັດທາດແຫຼວທີ່ເຄີຍເປັນທ່າແຮງຂອງກຸ່ມບໍລິສັດນ້ຳມັນອາຍແກັດTotal.

ຕອບກັບ

ຂ່າວ/ບົດ​ອື່ນ