ຫົວໜ້າຄະນະເສດຖະກິດສູນກາງຫງວຽນວັນບິ່ງຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ

(VOVWORLD) -ທີ່ການຕ້ອນຮັບທ່ານອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໃນຕອນບ່າຍວັນທີ 20 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ຕີລາຄາສູງບັນດາການພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ ໃນຂົງເຂດການຄ້າ, ການລົງທຶນ ແລະ ຂົງເຂດອື່ນໆ ທີ່ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນ 2 ປະເທດ, ຕັ້ງໜ້າປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

ຫົວໜ້າຄະນະເສດຖະກິດສູນກາງຫງວຽນວັນບິ່ງຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ - ảnh 1 (ທ່ານຫົວໜ້າຄະນະເສດຖະກິດສູນກາງຫງວຽນວັນບິ່ງ

ຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ)

ທ່ານ ຫງວຽນວັນບິ່ງ ເນັ້ນໜັກວ່າ, ຫວຽດນາມ ພວມສືບຕໍ່ປະຕິຮູບຢ່າງແຮງ, ເຊື່ອມໂຍງຢ່າງເລິກເຊິ່ງ ກວ້າງຂວາງກວ່າ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນ, ໃນນັ້ນມີນັກລົງທຶນອາເມລິກາ, ພ້ອມທັງຢືນຢັນວ່າ, ຫວຽດນາມ ຖືຜົນສຳເລັດຂອງບັນດາວິສາຫະກິດອາເມລິກາ ກໍ່ແມ່ນຜົນສຳເລັດຂອງຫວຽດນາມ.

        ສ່ວນທ່ານອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຢືນຢັນຄຳໝັ້ນສັນຍາຂອງອາເມລິກາ ກ່ຽວກັບການເຄົາລົບລະບອນການເມືອງ, ເອກະລາດ, ອະທິປະໄຕອັນຄົບຖ້ວນຂອງຫວຽດນາມ, ສະໜັບສະໜູນຫວຽດນາມ ຈັດຕັ້ງກອງປະຊຸມຂັ້ນສູງ APEC 2017 ບັນລຸຜົນສຳເລັດ. ພ້ອມທັງໃຫ້ຮູ້ວ່າ, ອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນໃນການພັດທະນາພະລັກງານສະອາດ, ພື້ນຖານໂຄງລ່າງແບບຍືນຍົງ…

ຕອບກັບ

ຂ່າວ/ບົດ​ອື່ນ