ຫົວໜ້າຄະນະແຫ່ຂະບວນປະທ້ວງໄທ ຖະແຫຼງ ຍຸບເລີກການປິດລ້ອມ ບາງກອກ

ຫົວໜ້າຄະນະແຫ່ຂະບວນປະທ້ວງໄທ ຖະແຫຼງ ຍຸບເລີກການປິດລ້ອມ ບາງກອກ - ảnh 1
(ພາບປະກອບ)

(vovworld) - ​ໃນ​ບົດ​ກ່າວ​ປາ​ໄສ​ເມື່ອ​ວັນ​ທີ 28/02, ຫົວ​ໜ້າ​ຄະນະ​ແຫ່​ຂະ​ບວນປະ​ທ້ວງຕ້ານ​ລັດຖະບານ​ໄທ ສຸ​ເທບ ​ເທືອ​ກສຸບັນ ຖະ​ແຫຼ​ງວ່າ ການ “ປິດ​ລ້ອມ​ບາງກອກ”, ​ໂດຍ​ຂະ​ບວນການ​ດັ່ງກ່າວ​ປຸກລະດົມ​ແຕ່​ວັນ​ທີ 13/01 ຜ່ານ​ມາ ຈະ​ຢຸດຕິ​ໃນ​ວັນ​ທີ 03/03 ຈະ​ມາ​ເຖິງ.

        ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ຄະນະ​ແຫ່​ຂະ​ບວນປະ​ທ້ວງ, ທ່ານ​ສຸ​ເທບ ​ໃຫ້​ຮູ້​ວ່າ, ຜູ້​ແຫ່​ຂະ​ບວນປະ​ທ້ວງທັງ​ໝົດຈະ​ຖອນອອກ​ຈາກ​ບັນດາ​ສະຖານ​ທີ່​ເຕົ້າ​ໂຮມຢູ່​ນະຄອນຫຼວງ​ບາງກອກ, ​ເວັ້ນ​ເສຍ​​ແຕ່​ສະຖານ​ທີ່​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ສວນສາທາລະນະ ລຸ​ມພິລີ ທີ່ໃຈກາງ​ນະຄອນຫຼວງ ​ແລະ ທຸກ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນການ​ຕ້ານ​ລັດຖະບານ​ຈະ​ດຳ​ເນີນ​ໄປ​ຢູ່​ສະຖານ​ທີ່​ດັ່ງກ່າວ.

        ຕາມທ່ານ​ສຸ​ເທບ ​​ແລ້ວ, ​ເລື່ອງ​ຖອນ​ອອກ​ຈາກ​ບັນດາ​ສະຖານ​ດັ່ງກ່າວບໍ່​ໝາຍ​ຄວາມວ່າຈະປະລະ​ຈຸດປະສົງບັງຄັບ​ລັດຖະບານ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງຣັກ ຊິນະ​ວັດ ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ໜັງ​ສື່​ພິມ Bangkok Post ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ສຸ​ເທບ​ວ່າ ຂະ​ບວນການ​ແຫ່​ຂະ​ບວນປະ​ທ້ວງ​ຈະ​ສືບ​ຕໍ່​ເຮັດ​​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ຫ້ອງ​ວ່າການ​ລັດຖະບານ ກໍ່​ຄື​ບັນດາ​ວິ​ສາ​ຫະກິດ​ຂອງ​ຄອບຄົວ ຊິນ​ນະ​ວັດ ຖືກ​ຢຸດ​ສະຫງັກ.

        ​ແລະ​ກໍ່​ໃນ​ວັນ​ທີ 28/02, ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ຮຽກຮ້ອງ​ໃຫ້​ໄທ ສືບສວນ​ບັນດາ​ການ​ບຸກ​ໂຈມ​ຕີ “ດ້ວຍ​ລັກສະນະ​ການ​ເມືອງ”, ​ແລະ ຖື​ວ່າ​ເລື່ອງ​ມີ​ເດັດ​ນ້ອຍ​ບາງ​ຄົນ​ຖືກ​ເສຍ​ຊີວິດ​ແມ່ນຊົ່ວ​ຮ້າຍ​ທີ່​ສຸດ.

ຂ່າວ/ບົດ​ອື່ນ