ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ດິງເທ໋ຮິງ ພົບປະສັງສັນພະນັກງານໂຄສະນາອົບຮົມຄະນະພັກເຂດ ຈີ້ທຽນ - ເຫ້ວ

ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ດິງເທ໋ຮິງ ພົບປະສັງສັນພະນັກງານໂຄສະນາອົບຮົມຄະນະພັກເຂດ ຈີ້ທຽນ - ເຫ້ວ - ảnh 1
ທ່ານ ດິງ​ເທ໋ຮິງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ ພົບ​ປະ​ສັງ​ສັນ​ພະນັກງານ​ໂຄສະ​ນາ​ອົບຮົມ​ຄະນະ​ພັກ​ເຂດ ຈີ້​ທຽນ - ​ເຫ້ວ
(ພາບ: Quốc Việt/Vietnam+)

(vovworld) – ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງພັກ ສົມທົບ​ກັບ​ຄະນະ​ພັກ​ແຂວງ​ເທື່ອ​ທຽນ - ​ເຫ້ວ ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ພະນັກງານ​ໂຄສະ​ນາ​ອົບຮົມ​ຄະນະ​ພັກ​ເຂດ ຈີ້​ທຽນ - ​ເຫ້ວ ​ໃນ​ການ​ຕໍ່ສູ້​ຕ້ານ ອາ​ເມ​ລິ​ກາ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ວຽກ​ງານ​ໂຄສະນາ​ອົບຮົມ​ຂອງ​ພັກ (1/8/1930 – 1/8/2013). ທີ່​ການ​ພົບ​ປະ​ສັງ​ສັນ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ ທ່ານ ດິງ​ເທ໋ຮິງ, ຢືນຢັນ​ວ່າ:

“​ໃນ​ການ​ຕໍ່ສູ້​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ, ວຽກ​ງານ​ໂຄສະນາ​ອົບຮົມ​ໄດ້​ປຸກລະດົມ​ນ້ຳ​ໃຈ​ຮັກ​ຊາດ, ມູນ​ເຊື້ອ​ຕໍ່ສູ້​ອົງ​ອາດ​ກະ​ຫານ, ບໍ່​ຍອມ​ຈຳນົງ​ຂອງ​ຊາດ, ດຶງ​ດູດ​ປະຊາຊົນ​ນັບ​ລ້ານ​ຄົນ​ທີ່​ມາ​ຈາກ​ທຸກ​ແຖບ​ຖີ່​ນຂອງ​ປະ​ເທດ​ຊາດ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ, ຍາດ​ໄດ້​​ເອກະລາດມາສູ່ປະ​ເທດ​ຊາດ. ພວກ​ຂ້າ​ພະ​​ເຈົ້າ​ແມ່ນ​ຄົນ​ລຸ່ນຫຼັງ, ຍາມ​ໃດ​ກໍ່​ຮູ້​ບຸນຄຸນ​ຂອງ​ບັນດາ​ຜູ້​ໄດ້​ປະກອບ​ກຳລັງ​​ເຫື່ອ​ແຮງ​ໃນ​ສະໜາມຮົບ​ແນວ​ຄິດ, ວັດທະນະທຳ, ສິລະ​ປະ​ຂອງ​ພັກ​ໃນ​ຊຸມ​ວັນ​ເດືອນ​ປີ​ທີ່​ສະຫງ່າ​ລາສີ ​ແລະ ເຕັມ​ໄປ​ດ້ວຍ​ການ​ເສຍສະຫຼະ​ຊີວິດ, ຄວາມທຸກ​ຍາກ​ລຳບາກ. ຫວັງ​ວ່າ ບັນດາ​ສະຫາຍ​ສືບ​ຕໍ່​ປະກອບ​ຄຳ​ເຫັນ ​ແລະ ບົດຮຽນ​​ໃຫ້​ແກ່​ຂະ​ແໜງ​ໂຄສະນາ​ສຶກສາ, ​ໃຫ້​ຄົນ​ລຸ່ນຫຼັງ​ພວກ​ຂ້າພະ​ເຈົ້າ.”

ຂ່າວ/ບົດ​ອື່ນ