ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອີຢິບ

(VOVWORLD) - ຄະນະຜູ້ແທນພັກກອມູນິດ ຫວຽດນາມ ໂດຍທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ນຳໜ້າ, ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຢິບ ແຕ່ວັນທີ 23 – 27 ພຶດສະພາ.
ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອີຢິບ - ảnh 1 ທ່ານ ຫວໍວັນເຖືອງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ອີຢິບ Abdel-Fattah el-Sisi

ໃນໄລຍະຢູ່ຢ້ຽມຢາມ, ທ່ານ ຫວໍວັນເຖືອງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ອີຢິບ Abdel-Fattah el-Sisi, ທ່ານປະທານສະພາແຫ່ງຊາດ Ali Abdel-Aal; ພົບປະກັບການນຳພັກກອມມູນິດ ອີຢິບ ແລະ ພັກສັງຄົມນິຍົມ ອີຢິບ; ເຮັດວຽກກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີກະຊວງສື່ສານ ແລະ ເຕັກໂນໂລຢີຖະແຫຼງຂ່າວ ອີຢິບ.

        ທີ່ການເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ອີຢິບ Abdel-Fattah el-Sisi ແລະ ທ່ານປະທານສະພາແຫ່ງຊາດ Ali Abdel-Aal, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບສະພາບການເສດຖະກິດ-ສັງຄົມ ຫວຽດນາມ ກໍ່ຄືບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ພາຍຫລັງກ່ວາ 30 ປີແຫ່ງການປ່ຽນແປງໃໝ່, ພ້ອມທັງຕີລາຄາສູງບັນດາຜົນງານ ເຊິ່ງ ອີຢິບ ບັນລຸໄດ້ໃນໄລຍະຜ່ານມາ.

        ທີ່ການພົບປະກັບການນຳພັກກອມມູນິດ ອີຢິບ ແລະ ພັກສັງຄົມນິຍົມ ອີຢິບ ເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການເຄືື່ອນໄຫວຂອງບັນດາພັກ ກໍ່ຄືບັນດາການຜັນແປໃນປັດຈຸບັນຢູ່ຕາເວັນອອກກາງ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຢຶດໝັ້ນດ້ວຍຈຸດປະສົງເອກະລາດແຫ່ງຊາດຕິດພັນກັບສັງຄົມນິຍົມ, ທ່ານເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ແມ່ນເພື່ອນມິດສັດຊື່ບໍລິສຸດ, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈກັບເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ