ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ຢ້ຽມ​ຢາມ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925-21/6/2021), ຕອນເຊົ້າວັນທີ 15 ມິຖຸນາ, ທ່ານ ຫງວຽນຈ້ອງເຫງັ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງຢ້ຽມຢາມ ແລະ ອວຍພອນວິທະຍຸກະຈາຍສຽງຫວຽດນາມ.
ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ຢ້ຽມ​ຢາມ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ - ảnh 1

     ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງັ້ຍ  ເນັ້ນໜັກວ່າ ໃນໄລຍະຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ ມີການປ່ຽນແປງໃໝ່ຫຼາຍຢ່າງ ກ່ຽວກັບວຽກງານຖະແຫຼງຂ່າວ, ເນື້ອໃນ, ວິທີການ ກ່ຽວກັບລັກສະນະປະຕິວັດ ແລະ ທັນສະໄໝ, ມີວຽກງານໂຄສະນາມີຫຼາຍຮູບຫຼາຍແບບ, ໃນນັ້ນ ໄດ້ມຸ່ງໄປສູ່ຮາກຖານ, ເຂດຊາຍແດນ, ເຂດທະເລໝູ່ເກາະ:

      ວິທະຍຸກະຈາຍສຽງຫວຽດນາມ ໄດ້ເຮັດຫຼາຍເຫດການເປັນຢ່າງດີທີ່ສຸດຄື: ກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮຈິມິນຄົບຮອບ 130 ປີ…. ນອກຈາກນັ້ນ ຫຼາຍເຫດການການເມືອງ, ປະຫວັດສາດ ແລະ ບັນດາການເຄື່ອນໄຫວສະຫວັດດີການສັງຄົມ, ມະນຸດສະທຳອື່ນໆ ທີ່ທາງ ວິທະຍຸກະຈາຍສຽງຫວຽດນາມ ໄດ້ເຂົ້າຮ່ວມ. ວິທະຍຸກະຈາຍສຽງຫວຽດນາມ ໄດ້ສ້າງຖັນແຖວຜູ້ເຮັດວຽກງານສື່ມວນຊົນດີທີ່ສຸດ.

  ທີ່ການເຮັດວຽກ, ທ່ານໂດ້ຕຽນຊີ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ: ການນຳວິທະຍຸກະຈາຍສຽງຫວຽດນາມ ພ້ອມກັບພະນັກງານ, ນັກຂ່າວ, ນັກເຕັກນິກ ຈະມານະພະຍາຍາມ, ສາມັກຄີ, ຮ່ວມແຮງຮ່ວມໃຈເພື່ອປະຕິບັດສຳເລັດໜ້າທີ່ຂອງຕົນ:

   ໃນໄລຍະຈະມາເຖິງ, ໜ້າທີ່ການເມືອງແມ່ນໜັກໜ່ວງທີ່ສຸດ, ວຽກງານວິຊາສະເພາະຍາມໃດກໍ່ຮຽກຮ້ອງຕ້ອງມີການປ່ຽນແປງໃໝ່, ອັບເດັດດ້ານເຕັກນິກ ກໍ່ຄືວິທີສຳຜັດແຕ່ລະເນື້ອໃນ, ແຕ່ລະບັນຫາ, ແຕ່ລະເປົ້າໝາຍ ຢ່າງທັນການ. ສະນັ້ນ, ວິທະຍຸກະຈາຍສຽງຫວຽດນາມ ກຳນົດວ່າ ຍາມໃດກໍ່ຕ້ອງປ່ຽນແປງໃໝ່ ແລະ ພ້ອມແລ້ວທີ່ຈະຮັບມືກັບບັນດາຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ