ຫົວໜ້າດ້ານເສດຖະກິດຂອງ IMF ມີຄວາມວິຕົກກັງວົນຕໍ່ສະພາບການເສດຖະກິດໂລກ

(VOVWORLD) - ໂລກລະບາດໂຄວິດ-19 ອາດຈະສົ່ງຜົນສະທ້ອນຢ່າງຮຸນແຮງຕໍ່ພື້ນຖານເສດຖະກິດທົ່ວໂລກ ແລະແງ່ຫວັງການຟື້ນຟູໃນປັດຈຸບັນ ຍັງຍາກທີ່ຈະຄາດຄະເນໄດ້. 

ທ່ານນາງ Gita Gopinath ຫົວໜ້າດ້ານເສດຖະກິດຂອງກອງທຶນເງິນຕາສາກົນ (IMF) ໄດ້ຍົກອອກຂໍ້ສັງເກດດັ່ງກ່າວ ທີ່ກອງປະຊຸມທາງອອນລາຍຂອງເວທີປາໄສນະໂຍບາຍເງິນຕາອາຊີ ຄັ້ງທີ 7 ໃນວັນທີ 12 ມິຖຸນາ.

       ກ່ອນນີ້ 2 ເດືອນ, IMF ຄາດຄະເນວ່າເສດຖະກິດທົ່ວໂລກຈະຕົກຕ່ຳລົງ 3%. ເຖິງຢ່າງໃດກໍ່ຕາມ, ທ່ານນາງ Gita Gopinath ຖືວ່າ: ການຄາດຄະເນ ຈະໄດ້ອັບເດດໃນວັນທີ 24 ມິຖຸນາ ຈະມາເຖິງ ຄາດວ່າຈະຮຸນແຮງກ່ວາອີກ. ຕາມທ່ານນາງ Gita Gopinath ແລ້ວ, ສະພາບຕົວຈິງໄດ້ຊີ້ໃຫ້ເຫັນວ່າ ຍາກທີ່ຈະຄາດຄະເນໄດ້ຢ່າງຊັດເຈນກ່ຽວກັບຄວາມສາມາດຟື້ນຟູເສດຖະກິດ ເມື່ອຄວາມເສຍຫາຍກ່ຽວກັບເສດຖະກິດເຫັນໄດ້ຢ່າງຈະແຈ້ງໃນທຸກຂົງເຂດຂອງພື້ນຖານເສດຖະກິດ, ໃນຂະນະທີ່ຄວາມສ່ຽງ ອາດຈະລົ້ມລະລາຍນັບມື້ນັບເພີ່ມຂຶ້ນ ແລະ ສະພາບວ່າງງານນັບມື້ນັບຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ