ຫົວໜ້າຜູ້ຕາງໜ້າ WHO ປະຈຳຫວຽດນາມ: ຫວຽດນາມ ໄດ້ແລະພວມຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ

(VOVWORLD) -ບັນດານັກຊ່ຽວຊານຢູ່ພາຍໃນປະເທດ ແລະ ສາກົນ ໄດ້ກ່າວເຕືອນປະຊາຊົນບໍ່ຄວນປະມາດຕໍ່ໂລກລະບາດ, ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດເພື່ອຫຼຸດຜ່ອນການຕິດແປດ.
ຫົວໜ້າຜູ້ຕາງໜ້າ WHO ປະຈຳຫວຽດນາມ: ຫວຽດນາມ ໄດ້ແລະພວມຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ - ảnh 1ທ່ານປ.ອ Kidong Park
(ພາບ: TTXVN)

ປະຈຸບັນ, ສະພາບການໂລກລະບາດໂຄວິດ-19 ໃນໂລກຍັງມີການຜັນແປຢ່າງສັບສົນ, ມີຜູ້ຕິດເຊື້ອເກືອບຮອດ 100 ລ້ານຄົນແລ້ວ. ພ້ອມກັນນັ້ນ, ຈຳນວນຜູ້ຕິດເຊື້ອພະຍາດ ແລະ ເສຍຊີວິດພວມມີສັນຍານເພີ່ມຂຶ້ນ, ພິເສດແມ່ນໄວຣັດ SARS-CoV-2 ສາຍພັນໃໝ່ໄດ້ກວດພົບຢູ່ຫຼາຍປະເທດໃນໂລກ.

        ໃນສະພາບການດັ່ງກ່າວ, ບັນດານັກຊ່ຽວຊານຢູ່ພາຍໃນປະເທດ ແລະ ສາກົນ ໄດ້ກ່າວເຕືອນປະຊາຊົນບໍ່ຄວນປະມາດຕໍ່ໂລກລະບາດ, ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດເພື່ອຫຼຸດຜ່ອນການຕິດແປດ.

        ຕາມທ່ານປ.ອ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ ແລ້ວ, ຫວຽດນາມ ສາມາດຄວບຄຸມໂລກລະບາດໄດ້ເປັນຢ່າງດີ, ແຕ່ຍັງສືບຕໍ່ມີກໍລະນີຕິດເຊື້ອພະຍາດໃໝ່ເຂົ້າເມືອງຫວຽດນາມ. ທ່ານປ.ອ Kidong Park ເນັ້ນໜັກວ່າ, ຫວຽດນາມ ພວມສືບຕໍ່ຍູ້ໄວກຳລັງຄວາມສາມາດໃນການຄວບຄຸມໂລກລະບາດໂຄວິດ-19 ຜ່ານການຕັ້ງໜ້າເຂົ້າຮ່ວມຄວາມມານະພະຍາຍາມລວມຂອງທົ່ວໂລກ ໃນການຜະລິດວັກຊິນກັນພະຍາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ