ຫົວໜ້າຜູ້ຕາງໜ້າອົງການUnicefປະຈຳຫວຽດນາມມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ດ່ານັ້ງ

ຫົວໜ້າຜູ້ຕາງໜ້າອົງການUnicefປະຈຳຫວຽດນາມມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ດ່ານັ້ງ - ảnh 1
ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ Unicef ປະ​ຈຳ​ຫວຽດ​ນາມ
ມອບ​ຂ​ອງ​ຂວັນ​ໃຫ້​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​​ພິດ​ສີ​ສົ້ມ​ຢູ່​ດ່ານັ້ງ
(ພາບ: cadn)

(vovworld) –​ ​​ວັນ​ທີ 23/02, ທ່ານ Youssuf Abdel Jelil, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ກອງ​ທຶນສະ​ຫະ​ປະ​ຊາ​ຊາດ​ເພື່ອ​ເດັກ​ນ້ອຍ (Unicef) ປະ​ຈຳ​ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ້ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​​ພິດ​ສີ​ສົ້ມ​ຢູ່​​ເມືອງ​ຮ່​ວາ​ວາງ, ນະ​ຄອນດ່ານັ້ງ. ໃນ​ຊຸມ​ປີ​ຜ່ານ​ມາ, Unicef ໄດ້​ຂົນ​ຂວາຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ໜູນ​ຊ່ວນ​ເງິນ​ເກືອບ 330.000 USD ເພື່ອກໍ່​ສ້າງ, ຊື້​ວັດ​ຖຸ​ອຸ​ປະ​ກອນ, ກໍ່​ສ້າງ​ແຫຼ່ງ​ຊັ​ບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​​ພິດ​ສີ​ສົ້ມຢູ່​ນະ​ຄອນ​ດ່ານັ້ງ. ທ່ານ Youssuf Abdel Jelil ໃຫ້​ຮູ້​ວ່າ.

      “ນີ້​ແມ່ນ​ຄັ້ງ​ທີ 2 ທີ່​ຂ້າ​ພະ​ເຈົ້າ​ມາຢ້ຽມ​ຢາມ​ບັນ​ດາ​ພວກ​ນ້ອງ​​ທີ່​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​​ພິດ​ສີ​ສົ້ມ​​ດ່ານັ້ງ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຂອ​ງ​ພວກ​ນ້ອງ​ທີ່​ສຸດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, Unicef ຈະ​ໜູນ​ຊ່ວຍ​​ຜ່ານ​ການ​​ລະ​ດົມ​ບັນ​ດາ​ແຫຼ່ງ​​ກຳ​ບັງຄື​ກອງ​ທຶນ​ຂ​ອງ​ສະ​ຫະ​ປະ​ຊາ​ຊາດ​ຈາກ​ອາ​ເມ​ລິ​ກາ ແລະ ພວກ​ຂ້າ​ພະ​ເຈົ້າ​ຈະ​ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຂອງ​ຕົນ​ເພື່ອ​ຊ່ວຍ​ເຫຼືອ, ກໍ່​ສ້າງ​ບັນ​ດາ​​ຮູບແບບ​​ການ​ໜູນ​ຊ່ວຍ​ໃຫ້ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ, ເດັກ​ພິ​ການ​ຢູ່​ນະ​ຄອນ​ດ່ານັ້ງ”.

ຂ່າວ/ບົດ​ອື່ນ