ຫົວໜ້າຝ່າຍຄ້ານສະແດງເຈດຕະນາດີຕໍ່ລະບອບຂອງປະທານາທິບໍດີ ຊີຣີ

ຫົວໜ້າຝ່າຍຄ້ານສະແດງເຈດຕະນາດີຕໍ່ລະບອບຂອງປະທານາທິບໍດີ ຊີຣີ - ảnh 1
ທ່ານ Ahmed Moaz al – Khatib, ຫົວໜ້າ​ພັນ​ທະ​ມິດແຫ່ງ​ຊາດຝ່າຍ​ຄ້ານ​ຢູ່​ຊີຣີ
(ພາບ: ອີນເຕີເນັດ)

 (vovworld) - ວັນ​ທີ 4/2, ຫົວໜ້າ​ພັນ​ທະ​ມິດແຫ່ງ​ຊາດ, ຝ່າຍ​ຄ້ານ​ຢູ່​ຊີຣີ, ທ່ານ Ahmed Moaz al – Khatib ​ໄດ້​ສະ​ແດງ​ເຈດ​ຕະນາ​ດີ​ຕໍ​່ລະບອບ​ຂອງ​ທ່ານ​ປະທານາທິບໍດີ ຊີຣີ Bashar Al Assad  ​ແຕ່​ຖະ​ແຫຼ​ງວ່າ: ສະພາບ​ການ​ປະຈຸ​ບັນ​ພວມ​ອີງ​ໃສ່​ບາດກ້າວ​​ເດີນຕໍ່ໄປຂອງ​ທ່ານ Assad ມຸ​້ງ​ໄປ​ສູ່​ການ​ໂອ້​ລົມ​ສົນ​ທະ​ນາ​ລະຫວ່າງ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ​ໃນ​ບົດ​ຕອບ​ສຳ​ພາດຂອງ​ຊ່ອງ​ໂທລະພາບ Al – Jazeera, ທ່ານ Khatib ຖື​ວ່າ: ການ​ເຈ​ລະ​ຈາ ກັບ​ວົງ​ການ​ເຈົ້າ​ໜ​້າທີ່​ລັດຖະບານ​ບໍ່​ແມ່ນ​ການ​ທໍລະ​ຍົດຕໍ່​ຝ່າຍ​ຄ້ານ ຍ້ອນ​ວ່າ ອາທິດ​ຜ່ານ​ມາ​ມີ​ບາງ​ຄຳ​ເຫັນ​ຕຳນິຕິຕຽນ​ທ່ານ Khatib ​ເມື່ອ​ທ່ານ​ນີ້​ຖະ​ແຫຼງວ່າ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລ​ະຈາ ກັບ​ລະ​ບອບ​ຂອງ​ທ່ານ Assad. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ທ່ານ Khatib  ກໍ່​ໄດ້​​ເລັ່ງລັດ​ທ່ານ Assad ສະ​ແດງ​ຫຼັກ​ໝັ້ນ​ກ່ຽວ​ກັບ​ຂໍ້​ລິ​ເລີ່​ມ​ໂອ້​ລົມ​ສົນທະນາຢ່າງ​ຈະ​ແຈ້ງ ​ເພື່ອ​ຢຸດຕິ​ການ​ນອງ​ເລືອດ ​ແລະ ຊ່ວຍ​ໃຫ້ອຳນາດ​ການ​ປົກຄອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ​​ໂດຍ​ສັນຕິ. ​ແລະ​ກໍ່​ໃນ​ວັນ​ດຽວກັນ, ​ໃນ​ກອງ​ປະຊຸມ​ສາກົນ​ທີ່​ໄດ້​ຈັດ​ຕັ້ງ​ຢູ່ Berlin, ທ່ານ Ali Akbar Salehi, ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ ​ໄດ້ຢັ້ງຢືນ​ເຖິງ​ການ​ສະໜັບສະໜູນ​ດ້ານ​ເສດຖະກິດ​ກັບ​ລະບອບ​ຂອງ​ທ່ານ Assad.

ຂ່າວ/ບົດ​ອື່ນ