ຫົວໜ້າສະຖານກົງສູນຫວຽດນາມ ປະຈຳ ສະຫວັນນະເຂດ ຍື່ນສານຕາຕັ້ງ

ຫົວໜ້າສະຖານກົງສູນຫວຽດນາມ ປະຈຳ ສະຫວັນນະເຂດ ຍື່ນສານຕາຕັ້ງ - ảnh 1

ຫົວໜ້າ​ສະຖານກົງ​ສູນ​​ຫວຽດນາມ ປະຈຳ ສະຫວັນ​ນະ​ເຂດ ຍື່ນ​ສານ​ຕາ​ຕັ້ງ
(ພາບ: Hoàng Chương/Vietnam+)

(vovworld) - ທີ່​ການ​ຕ້ອນຮັບ​ຫົວໜ້າ​ສະຖານກົງ​ສູນ​​ຫວຽດນາມ ທ່ານ ຫງວຽນ​ນາ​ມ​ເກື່ອງ ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ເນື່ອງ​​ໃນ​ໂອກາດ​ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງດຳລົງ​ຕຳ​ແໜ່​ງຫົວໜ້າ​ກົງ​ສູນ​ຢູ່​ແຂ​ວງ ສະຫວັນ​ນະ​ເຂດ​ ຂອງ​ລາວ, ທ່ານ​ນາງ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ສູນ​ທອນ ​ໄຊ​ຍະ​ຈັກ ​ໄດ້​ຊົມ​ເຊີຍ ​ທ່ານ ຫງວຽນນາມ​ເກື່ອງ ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ໃໝ່ ​ແມ່ນ​ຫົວໜ້າກົງ​ສູນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ ສະຫວັນ​ນະ​ເຂດ. ທ່ານ​ນາງ ສູນ​ທອນ ​ເນັ້ນ​ໜັກ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບສະຖານ​ກົງ​ສູນ​ໃຫຍ່​ ຫວຽດນາມ ປະຈຳ ສະຫວັນ​ນະ​ເຂດ ​ເພື່ອ​​ເຮັດໃຫ້​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດທີ່ພວມ​ພັດທະນາ​ຢ່າງ​ດີງາມ, ກ້າວ​ເຂົ້າ​ສູ່​ລວງ​ເລິກ. ທ່ານ​ນາງ ສູນ​ທອນ ຫວັງ​ວ່າ ສະຖານກົງສູນ​ໃຫຍ່​ຫວຽດນາມ ປະຈຳ ສະຫວັນ​ນະ​ເຂດ ​ຈະເພີ່ມ​ທະວີການ​ຊຸກ​ຍູ້​ການ​ຮ່ວມ​ມື​​ໃຫ້ນັບ​ມື​ນັບ​ມີ​ປະສິດທິ​ຜົນ ຕາມ​ຈິດ​ໃຈ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ. ທ່ານ ຫງວຽນ​ນາມ​ເກື່ອງ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ເມື່ອ​ໄດ້​ຮັບ​ໜ້າ​ທີ່ຢູ່​ລາວ, ທ່ານ​ຢືນຢັນ​ຈະ​ພະຍາຍາມ​ເຮັ​ດຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ ​ແລະ ລັດ​​ໄດ​້ມອບ​ໝາຍ​ໃຫ້, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ສາມັກຄີມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ.


ຂ່າວ/ບົດ​ອື່ນ