ຫົວໜ້າຫ້ອງວ່າການລັດຖະບານ Yoshihide Suga ຍາດໄດ້ໄຊຊະນະໃນການປ່ອນບັດເລືອກຕັ້ງປະທານ LDP

(VOVWORLD) -ທ່ານ Yoshihide Suga ຍາດໄດ້ບັດສະໜັບສະໜູນ 337 ໃນຈຳນວນ 534 ບັດ.

ຫົວໜ້າຫ້ອງວ່າການລັດຖະບານ Yoshihide Suga ຍາດໄດ້ໄຊຊະນະໃນການປ່ອນບັດເລືອກຕັ້ງປະທານ LDP - ảnh 1 ທ່ານຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ Yoshihide Suga

(ພາບ: baoquocte.vn)

ວັນທີ 14 ກັນຍາ, ທ່ານຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ Yoshihide Suga ໄດ້ລື່ນກາຍຄູ່ແຂ່ງອື່ນ 2 ທ່ານເພື່ອຍາດເອົາທີ່ນັ່ງປະທານພັກປະຊາທິປະໄຕເສລີ (LDP) ກຳອຳນາດ, ປ່ຽນແທນໃຫ້ແກ່ທ່ານນາຍົກລັດຖະມົນຕີ Abe Shinzo, ຜູ້ທີ່ແຈ້ງໃຫ້ຊາບວ່າ ລາອອກຈາກຕຳແໜ່ງໃນວັນທີ 28 ສິງຫາ ຍ້ອນສຸດຈະພາບ.

          ການປ່ອນບັດເລືອກຕັ້ງໂດຍມີການເຂົ້າຮ່ວມຂອງ 535 ທ່ານ, ລວມມີສະມາຊິກລັດຖະສະພາສະມາຊິກ LDP 394 ທ່ານ ພ້ອມກັບຜູ້ຕາງໜ້າ 3 ທ່ານທີ່ຕາງໜ້າໃຫ້ໃຫ້ແຕ່ລະອົງຄະນະພັກຂັ້ນແຂວງ ເພື່ອແນໃສ່ເລືອກເອົາໜຶ່ງໃນຈຳນວນຜູ້ສະໝັກເລືອກຕັ້ງ 3 ທ່ານລວມມີ: ທ່ານຫົວໜ້າຫ້ອງວ່າການລັດຖະບານ Yoshihide Suga; ທ່ານອະດີດລັດຖະມົນຕີການຕ່າງປະເທດ Fumio Kishida; ທ່ານອະດີດລັດຖະມົນຕີກະຊວງປ້ອງກັນປະເທດ Shigeru Isheba.

          ໝາກຜົນແມ່ນ, ທ່ານ Yoshihide Suga ຍາດໄດ້ບັດສະໜັບສະໜູນ 337 ໃນຈຳນວນ 534 ບັດ. ຕາມການຄາດຄະເນແລ້ວ, ວັນທີ 16 ກັນຍາ, ສະພາແຫ່ງຊາດຍີ່ປຸ່ນ ຈະຈັດກອງປະຊຸມວິສາມັນເພື່ອປ່ອນບັດເລືອກຕັ້ງປະທານ LDP ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່.

ໃນວັນດຽວກັນ, ກ່າວຄຳເຫັນກັບວົງການນັກຂ່າວພາຍຫຼັງຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການປ່ອນບັດເລືອກຕັ້ງປະທານ LDP, ທ່ານປະທານ LDP ຄົນໃໝ່ Yoshihide Suga ຢືນຢັນວ່າ, ທ່ານຈະສືບຕໍ່ປະຕິບັດບັນດານະໂຍບາຍຂອງທ່ານນາຍົກລັດຖະມົນຕີ Abe Shinzo ແລະ ຈະປະຕິບັດບັນດາການປະຕິຮູບລັດຖະບານ, ຍົກເລີກບັນດາຂໍ້ກຳນົດຂອງຍີ່ປຸ່ນ, ກໍຄືສ້າງຕັ້ງລັດຖະບານທີ່ມີຄວາມມານະພະຍາຍາມເພື່ອປະຊາຊົນ.

          ກ່ຽວຂ້ອງເຖິງນະໂຍບາຍການຕ່າງປະເທດ, ທ່ານ Yoshihide Suga ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສ້າງຕັ້ງການພົວພັນເປີດກວ້າງ ແລະ ມີສະຖຽນລະພາບກັບບັນດາປະເທດອື່ນ ໂດຍອີງໃສ່ເສົາຄ້ຳແມ່ນການພົວພັນສຳພັນທະມິດຍີ່ປຸ່ນ - ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ