ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມເຮັດວຽກກັບຫົວໜ້າອົງການໄອຍະການປະຊາຊົນສູງສຸດຈີນ

ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມເຮັດວຽກກັບຫົວໜ້າອົງການໄອຍະການປະຊາຊົນສູງສຸດຈີນ - ảnh 1
(ທ່ານ ​ຫງວຽນ​ຮ່ວາ​ບິ່ງ ເຮັດ​ວຽກ​ກັບ​ ທ່ານ ກາວ​ຈຽນ​ມິ​ງ)

(vovworld) – ​​ ​ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຫົວໜ້າ​ອົງການ​ໄອ​ຍະ​ການ​ບັນດາ​ປະ​ເທດ ອາ​ຊຽນ - ຈີນ ຄັ້ງ​ທີ 9, ຢູ່​ນະຄອນ ນານໜີງ, ​ແຂວງ ກວາງຊີ (ຈີນ), ຕອນ​ບ່າຍ​ວັນ​ທີ 24/11,ທ່ານ ​ຫງວຽນ​ຮ່ວາ​ບິ່ງ ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​​ໄດ້ເຮັດ​ວຽກ​ກັບ​ທ່ານ ກາວ​ຈຽນ​ມິ​ງ ຫົວ​ໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຈີນ. ທ່ານ ກາວ​ຈຽນ​ມິ​ງ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາ​ມຮ່ວມ​ມື​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ 2 ປະ​ເທດ​ໃນ​ການ​ໜູນ​ຊ່ວຍ​ດ້ານ​ຕຸລາການ​ກ່ຽວ​ກັບ​ຂົງ​ເຂດອາຍາ, ປ້ອງ​ກັນ​ຕ້ານ​ສໍ້​ລາດ​ບັງ​ຫລວງ…ນັບ​ແຕ່​ປີ 2012 ມາ​ຮອດ​ປະຈຸ​ບັນ. ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຈີນ ສະ​ເໜີຄວນກຳນົດ​ກົນ​ໄກ​ຮ່ວມ​ມື​ໜູນ​ຊ່ວຍ​ດ້ານຕຸລາການ​ສຳລັບ​ບັນດາ​ຄະດີ​ອາຍາ…ສ່ວນ​ທ່ານ ຫງວຽນ​ຮ່ວາ​ບິ່ງ ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຫວຽ​ດນາມ ຊີ້​ແຈ້ງວ່າ: 2 ຝ່າຍ​ຄວນ​​​ເພີ່ມ​ທະວີ​​ການແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ພະນັກງານ; ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ໜູນ​ຊ່ວຍ​ດ້ານ​ຕຸລາການ​​ໃນ​ຂົງ​ເຂດອາຍາ… ​ເພື່ອ​ສ້າງ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃຫ້​ສົມບູນ​ແບບ.


ຂ່າວ/ບົດ​ອື່ນ