ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບຜູ້ບັນຊາການແມ່ທັບເຮືອປາຊີຟິກ

ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບຜູ້ບັນຊາການແມ່ທັບເຮືອປາຊີຟິກ - ảnh 1
ທ່ານ​ພົນເອກ ໂດ໋​ບ໋າ​ຕິ ຕ້ອນ​ຮັບ​​ທ່ານ Scott Swift
(ພາບ: TTXVN)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 18/3, ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນກອງບັນ​ຊາ​ການ​ແມ່​ທັບ​ເຮືອ​ປາ​ຊີ​ຟິກ​ອາ​ເມ​ລິ​ກາ ໂດຍ​ທ່ານ Scott Swift, ພົນ​ເຮືອ​ເອກ ຜູ້​ບັນ​ຊາ​ການ ແມ່​ທັບ​ເຮືອ​ປາ​ຊີ​ຟິກ​ ເປັນ​ຫົວ​ໜ້າ​ຄະ​ນະ, ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວ​ຽກ ຢູ່​ຫວຽດ​ນາມ, ທ່ານ​ພົນເອກ ໂດ໋​ບ໋າ​ຕິ, ຫົວໜ້າເສ​ນາ​ທິ​ການ​ໃຫຍ່ກ​ອງ​ທັບ​ປະ​ຊາ​ຊົ​ນ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ທີ່​ສຸດ ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ ໃນຫຼາຍ​ຂົງ​ເຂດ ກັບ​ອາ​ເມ​ລິ​ກາ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື ໃນຂົງເຂດກອງ​ທັບ​ເຮືອ ຊຶ່ງແມ່ນ​ໜຶ່ງ​ໃນ​ຈຳ​ນວນ ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ດ້ານປ້ອງ​ກັນ​ຊາດ​ ຂອງ​ສອງ​ປະ​ເທດ. ທ່ານ​ພົນເອກ ໂດ໋​ບ໋າ​ຕິ ກໍ່ສະ​ແດງ​ຄວາມ​ຫວັງ​ວ່າ: ກຳ​ລັງ​ກອງ​ທັບ​ເຮືອ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື, ບົນ​ພື້ນ​ຖານ​ຄວາມ​ສະ​ເໝີ​ພາບ, ເຄົາ​ລົບ​ເຊິ່ງ​ກັນ ແລະ ກັນ, ເພື່ອ​ຜົນ​ປະ​ໂຫຍດ​ ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ທ່ານ ພົນ​ເຮືອ​ເອກ Scott Swift, ຕີ​​ລາ​ຄາ​ສູງ ແລະ ພ້ອມ​ກັນ​ແບ່ງ​ປັນ​ທັດ​ສະ​ນະ ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ກັນ ຢູ່​ທະ​ເລ​ຕາ​ເວັນ​ອອກ ຂອງ​ຫວຽດ​ນາມ ດ້ວຍມາດຕະການໂດຍ​ສັນ​ຕິວິ​ທີ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສ​າ​ກົນ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະຊາ​ຊາ​ດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982. ດ້ວຍ​ຖາ​ນະ​ເປັນ​ຜູ້​ບັນ​ຊາ​ການ​ແມ່​ທັບ​ເຮືອ ປາ​ຊີ​ຟິກ, ທ່ານ ​ພົນ​ເຮືອ​ເອກ Scott Swift, ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ ເຂົ້າໃນ​ການ​ປົກ​ປ​ັກ​ຮັກ​ສາ​ຄວາມ​ສະ​ຫງົບ-ປອດ​ໄພ ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະ​ກອບ​ສ່ວນ​ເຮັດ​ສະ​ພາບ​ການ ໃນ​ພາກ​ພື້ນ ແລະ ໃນ​ໂລກ​ມີສະຖຽນລະພາບ.

ຂ່າວ/ບົດ​ອື່ນ