ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບລັດຖະມົນຕີວ່າການກະຊວງກອງທັບເຮືອອາເມລິກາ

ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບລັດຖະມົນຕີວ່າການກະຊວງກອງທັບເຮືອອາເມລິກາ - ảnh 1
(ທ່ານ​ພົນ​ໂທ ​ໂດ​ບ໋າ​ຕີ້ ຕ້ອນຮັບທ່ານ Ray Mabus)

 (vovworld) - ​​ຕອນ​ບ່າຍ​ວັນ​ທີ 8/4, ​ຢູ່ ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ໂດ​ບ໋າ​ຕີ້, ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ​້ໃຫ້ການ​ຕ້ອນຮັບທ່ານ Ray Mabus, ລັດຖະມົນຕີ​ວ່າການ​ກະຊວງ​ກອງທັບ​ເຮືອ​ອາ​ເມ​ລິ​ກາ ​​ເນື່ອງ​ໃນ​ໂອກາດມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽ​ດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ພົນ​ໂທ ​ໂດ​ບ໋າ​ຕີ້ ຢືນຢັນ​ວ່າ: ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ມີ​ບັນດາ​ບາດກ້າວ​ໃໝ່, ​ໃນ​ນັ້ນ, ​ມີ​ການ​ຮ່ວມ​ມື​ກ່ຽວ​ກັບ​ກອງທັບ​ເຮືອ. ກອງທັບ​ເຮືອ ຫວຽດນາມ-​ອາ​ເມ​ລິ​ກາ ​ໄດ້​ມີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ໃນ​ການ​ເຝິກອົບຮົມ, ຊອກ​ຫາ​ກູ້​ໄພ​ກູ້​ຊີບ,​ ຮັບ​ປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​. ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ທ່ານ Ray Mabus,​​ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງສຸດ​ຂອງ​ກອງທັບ​ເຮືອ ອາ​ເມ​ລິ​ກາ ຢູ່ ຫວຽດນາມ ຄັ້ງ​ນີ້​, ສືບ​ຕໍ່​​ເປັນ​ການຢືນຢັນ​ເສີມ​ຂະຫຍາຍ​ການ​ພົວພັນຮ່ວມ​ມື ລະຫວ່າງກອງທັບ ​ແລະ ກອງທັບ​ເຮືອ 2 ປະ​ເທດ.

          ທ່ານ Ray Mabus ປາດ​ຖະໜາ​ວ່າ: ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽ​ດນາມ ​ແລະ ອາ​ເມ​ລິ​ກາ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ກອງທັບ​ເຮືອ 2 ປະ​ເທດ​ມີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງ 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ, ປະກອບສ່ວນ​ປັບປຸງ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ກອງທັບ 2 ປະ​ເທດ.

ຂ່າວ/ບົດ​ອື່ນ