ຫົວໜ້າເສນາທິການໃຫຍ່ກະຊວງບັນດາກໍາລັງປະກອບອາວຸດປະຕິວັດສາທາລະນະລັດ ກູບາ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

(VOVWORLD) -   ໂດຍໄດ້ຮັບຄໍາເຊີນຂອງທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ກໍາມະການຜູ້ປະຈໍາການຄະນະພັກການທະຫານສູນກາງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,  ທ່ານ ພົນໂທ Alvaro Lopez Miera, ກໍາມະການກົມການເມືອງ, ຫົວໜ້າເສນາທິການໃຫຍ່, ຮອງລັດຖະມົນຕີທີ 1 ກະຊວງບັນດາກໍາລັງປະກອບອາວຸດປະຕິວັດສາທາລະນະລັດ ກູບາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 14 – 16 ກັນຍາ 2019.
ຫົວໜ້າເສນາທິການໃຫຍ່ກະຊວງບັນດາກໍາລັງປະກອບອາວຸດປະຕິວັດສາທາລະນະລັດ ກູບາ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1 ພິທີຕ້ອນຮັບ (ພາບ: TTXVN)

        ຕອນບ່າຍວັນທີ 16 ກັນຍາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຟານວັນຢາງ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນໂທ Alvaro Lopez Miera ແລະ ບັນດາສະມາຊິກຂອງຄະນະ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດໍາເນີນການເຈລະຈາ.

        ທີ່ການເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ການຊາບກ່ຽວກັບສະພາບການການເມືອງ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ; ແລກປ່ຽນ, ຕີລາຄາໝາກຜົນຂອງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາ; ເຫັນດີເປັນເອກະພາບທິດທາງ, ເນື້ອໃນຮ່ວມມືໃນປີ 2019 ແລະ ຊຸມປີຕໍ່ໄປ. ພ້ອມທັງຢ້ັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດໃນຊຸມປີຜ່ານມາໄດ້ນໍາມາເຊິ່ງປະສິດທິຜົນ, ແທດຈິງ ແລະ ແມ່ນໜຶ່ງໃນບັນດາເສົາຄໍ້າໃນການພົວພັນລະຫວ່າງສອງປະເທດ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ປີ 2019 ແລະ ຊຸມປີຕໍ່ໄປ ຈະສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ, ນໍາການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບມີລວງເລິກກວ່າເກົ່າ, ເສີມຂະຫຍາຍບັນດາປະສິດທິຜົນຂອງກົນໄກຮ່ວມມືທີ່ພວມມີຢູ່ແລ້ວ, ຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ.

ຫົວໜ້າເສນາທິການໃຫຍ່ກະຊວງບັນດາກໍາລັງປະກອບອາວຸດປະຕິວັດສາທາລະນະລັດ ກູບາ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 2 ການເຈລະຈາລະຫວ່າງສອງຝ່າຍ (ພາບ: TTXVN)

        ກ່ຽວກັບຂົງເຂດອຸດສາຫະກໍາການປ້ອງກັນຊາດ, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາໂຄງການຮ່ວມມືຕາມສັນຍາທີ່ໄດ້ລົງນາມກັນ, ຮັບປະກັນປະສິດທິຜົນ, ຄວາມປອດໄພຢ່າງສິ້ນເຊິງ. ທີ່ການເຈລະຈາ, ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ກູບາ ໃນບັນດາຂົງເຂດຄືໂທລະຄົມມະນາຄົມ, ຕິດຕໍ່ສື່ສານ ເຊິ່ງ ຫວຽດນາມ ໄດ້ເປັນເຈ້ົາຂອງດ້ານເຕັກໂນໂລຢີ; ພ້ອມທັງສະເໜີວ່າ ກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ ສ້າງເງື່ອນໄຂເພື່ອໃຫ້ກຸ່ມບໍລິສັດ Viettel ເຂົ້າຮ່ວມການລົງທຶນ, ພັດທະນາໂຄງລ່າງໂທລະຄົມມະນາຄົມ ແລະ ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆຢູ່ ກູບາໃນໄລຍະຈະມາເຖິງ ໂດຍໄວ.

        ພາຍຫຼັງສິ້ນສຸດການເຈລະຈາ, ທ່ານພົນໂທ Alvaro Lopez Miera ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄໍ່ານັບທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ ພົນເອກ ເລືອງເກື່ອງ, ເລຂາສູນກາງພັກ, ກໍາມະການຜູ້ປະຈໍາການຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ