ຫົວໜ້າໂຄສະນາສຶກສາສູນກາງຫວໍວັນເຖືອງອວຍພອນບັນດາອົງການສື່ມວນຊົນ

ຫົວໜ້າໂຄສະນາສຶກສາສູນກາງຫວໍວັນເຖືອງອວຍພອນບັນດາອົງການສື່ມວນຊົນ - ảnh 1
ທ່ານ ຫວໍ​ວັນ​ເຖືອ​ງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄ​ສະ​ນາ​ສຶກສາສູນ​ກາງຢ້ຽມຢາມ VOV

(vovworld) – ຕອນ​ເຊົ້າ​ວັນ​ທີ 16/6, ທ່ານ ຫວໍ​ວັນ​ເຖືອ​ງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄ​ສະ​ນາ​ສຶກສາສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV), ​ໂທລະພາບ ຫວຽດນາມ, ວາລະສານ​ກອມ​ມູນິດ ​ແລະ ໜັງສືພິມ ດ້າຍ​ດ່ວານ​ເກ​ດ (ສາມັກຄີ) ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 91 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ (21/6/1925 – 21/6/2016).

        ​ເມື່ອ​ເຮັດ​ວຽກ​ກັບ VOV, ທ່ານ ຫວໍ​ວັນ​ເຖືອ​ງ ​ເນັ້ນ​ໜັກ​ວ່າ: ປີ 2016, ​ເປັນ​ປີ​ທຳ​ອິດ​ຂອງ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂ​ອງພັກ​ກອມ​ມູນິດ ຫວຽດນາມ ດ້ວຍ​ຫຼາຍ​ໜ້າ​ທີ່​ສຳຄັນ. ດັ່ງ​ນັ້ນ, VOV ຕ້ອງ​ສົ່ງ​ບັນດາ​ຂໍ້​ມູນ​ຂ່າວ​ເຖິງ​ປະຊາຊົນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ຂອງ​ພັກ​ຢ່າງ​ທັນ​ການ, ປະກອບສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ພັກ, ​ໃນ​ສັງຄົມ, ການ​ສະໜັບສະໜູນ​ຂອງ​​ເພື່ອນ​ມິດສາ​ກົນ, ສ້າງ​ກຳລັງ​ໜູນ​ປະກອບສ່ວນ​ປະຕິບັດ​ຈຸດໝາຍ, ໜ​້າທີ່ ​ແລະ ມາດ​ຕະການ​ຂອງ​ກອງ​ປະຊຸມ​ໃຫຍ່​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ:

        “​ຄຽງ​ຄູ່​ກັບຄວາມ​ຮຽກຮ້ອງ​ຕ້ອງການ​ໜ້າ​ທີ່​ສູງ ບັນດາ​ສິ່ງ​ທ້າ​ທາຍດ້ານ​ຄວາມ​ແກ່ງ​ແຍ້ງດ້ານຂໍ້​ມູນ​ຂ່າວສານ, ກ່ຽວ​ກັບ​ການ​ພັດທະນາ​ບັນດາ​ຮູບ​ແບບ​ພາຫະນະ​ສື່ສານໃນ​ປະຈຸ​ບັນ ກໍ່​ໄດ້ວາງ​ອອກ ຮຽກຮ້ອງ​ໃຫ້​ບັນດາ​ຫົວໜ່ວຍ​ຕ້ອງ​ບື່ນຕົວ​ຂຶ້ນ​ເພື່ອ​ກາຍ​ເປັນ​ຫົວໜ່ວຍ​ມີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຂໍ້​ມູນ​ຂ່າວສານ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: VOV ມີ​ການ​ເຄື່ອນ​ໄຫວ​ແຮງ​ໃນ​ຂົງ​ເຂດ​ຂໍ້​ມູນ​ຂ່າວສານ, ​ແມ່ນ​ອົງການ​ຕົ້ນຕໍ​ໃນ​ວຽກ​ງານ​ແນວ​ຄິດ​ວັດທະນະທຳ​ຂອງ​ພັກ.”


ຂ່າວ/ບົດ​ອື່ນ