ຫ້ອງການການຄ້າ ເອີລົບ ປະຈຳ ຫວຽດນາມ ປະກາດປື້ມປົກຂາວ 2012

ຫ້ອງການການຄ້າ ເອີລົບ ປະຈຳ ຫວຽດນາມ ປະກາດປື້ມປົກຂາວ 2012 - ảnh 1
( ພາບ : http://tamnhin.net )

ວັນ​ທີ 1/12, ຫ້ອງການ​ການ​ຄ້າ​ເອີ​ລົບ​ປະຈຳ​ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະກາດ​ປື້​ມປົກຂາວ 2012 ທີ່​ມີ​ຫົວ​ຂໍ້​ວ່າ: “ບັນດາ​ບັນຫາ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ​ຂໍ້​ສະ​ເໜີ”. ກໍ່​​ເຊັ່ນ​ດຽວ​ກັນ​ກັບ​ການ​ພິມ​ຈຳໜ່າຍ 3 ຄັ້ງກ່ອນ, ປື້​ມປົກ ຂາວ 2012​ ໄດ້​ສະຫລຸບ​ບັນດາ​ບັນຫາ​ຕົ້ນຕໍ ກໍ່​ຜົນ​ສະທ້ອນ​ເຖິງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະກິດຂອງ​ບັນດາ​ວິ​ສາ​ຫະກິດ​ເອີ​ລົບ​ຢູ່​ຫວຽດນາມ. ປື້​ມປົກຂາວ 2012 ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ໃນ​ປີ 2011, ຫວຽດນາມ​ບັນລຸ​ໄດ້​ບັນດາ​ຄວາມ​ກ້າວໜ້າ​ໃນ​ການ​ປົວ​ແປງ​ສະພາບ​ແວດ​ລ້ອມ​ຂອງເສດຖະກິດ​ມະຫາ​ພາກ, ສຳ​ເລັດ​ກອບ ​ກົດໝາຍ, ປົກ​ປ້ອງ​ນັກ​ລົງທຶນ ​ແລະ​ປະຕິບັດ​ສັນຍາ…   ​ໃນ​ຂົງ​ເຂດ​ທະນາຄານ, ປື້​ມປົກຂາວ 2012 ສະ​ເໜີ​ໃຫ້​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ຈົ່ງ​ສືບ​ຕໍ່​ປະກາດ​ໃຊ້​ບັນດາ​ການ​ແນະນຳ​ຊຸກຍູ້​ການ​ປ່ຽນ​ໃໝ່​ຂອງ​ຕະຫຼາດກໍ່​ຄື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ຂະ​ແໜງ​ທະນາຄານ.

ຂ່າວ/ບົດ​ອື່ນ