ຫ້ອງວ່າການປະທານປະເທດຈັດການປະຊຸມຂ່າວ

ຫ້ອງວ່າການປະທານປະເທດຈັດການປະຊຸມຂ່າວ - ảnh 1
ທ່ານ Giang Son, ຮອງຫົວໜ້າຫ້ອງວ່າການປະທານປະເທດ ອ່ານຄຳສັ່ງຂອງປະທານປະເທດ
(ພາບ: giaothongvantai.com)

(vovworld) - ຕອນ​ເຊົ້າ​ວັນທີ 9/5, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ປະທານ​ປະ​ເທດ ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະກາດ​ຄຳ​ສັ່ງ​ຂອງ​ປະທານ​ປະ​ເທດ ກ່ຽວ​ກັບ​ລັດຖະບັນ​ຍັດປະມວນລະບົບ​ນິຕິ​ກຳ​ ​ແລະ ລັດຖະບົນ​ຍັດ​ວ່າ​ດ້ວຍ​ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ການ​ກວດກາຕີ​ລາຄາ, ກຳນົດ​​ເວລາ, ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ຜູ້​ເປັນຕົວ​ພະຍານ​, ຄົນ​ແປ​ພາສາໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ. ທ່ານຮອງ​ປະທານ​ສານ​ປະຊາຊົນ​ສູງສຸດ Nguyen Son ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ສານ​ປະຊາຊົນ​ສູງ​ສຸດ​ພວມ​ກະ​ກຽມ​ບັນດາ​ວຽກ​ງານ​ທີ່​ຈຳ​ເປັນ​ເພື່ອ​ຮັບປະກັນ​ປະຕິບັດ​ລັດຖະບັນຍັດ​ເປັນ​ຢ່າງ​ດີ. ລັດຖະບັນຍັດ​ໄດ້​ຮັບ​ການ​ປະກາດ​ໃຊ້ ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ດ້ານ​ນິຕິ​ກຳ ​ເພື່ອ​ໃຫ້​ບັນດາອົງການ​ແຫ່ງ​ລັດ​ຂັ້ນ​ສູນ​ກາງ, ​ໃນ​ໄລ​ຍະ​ເວລາ​​ໃດ​ໜຶ່ງ ​ແລະ ຕາມ​ຂັ້ນ​ຕອນ​​, ລະບຽບ​ການ​ເປັນ​ເອກະ​ພາບ, ດຳ​ເນີນ​ການ​ຕິດຕາມ​ກວດກາ, ​ເຕົ້າ​ໂຮມ​ບັນດາ​ນິຕິ​ກຳ​ທີ່​ພວມ​ປະກາດ​ໃຊ້, ຈັດ​ຕາມ​ລະບຽບ​ຢ່າງ​ເໝາະ​ສົມ ​ແລະ ຊອກ​ຫາ​ຢ່າງ​ງ່າຍ​ດາຍ​ປະມວນ​ກົດໝາຍຊ່ວຍ​ປະຢັດ​ເວລາ, ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ບັນດາ​ອົງ​ການ​ແຫ່ງ​ລັດ, ອົງ​ການຈັດ​ຕັ້ງ, ວິ​ສາ​ຫະກິດ ​ແລະ ປະຊາຊົນ, ປະກອບສ່ວນ​ເຮັດ​​ໃຫ້​ລະບົບ​ກົດໝາຍ​ໂປ່​ງ​ໃສລັດຖະບັນ​ຍັດ​ວ່າ​ດ້ວຍລະບົບນິຕິ​ກຳ​ມີ​ຜົນ​ສັດ​ສິດນັບ​ແຕ່​ວັນ​ທີ 1/7/2013, ລັດຖະບັນ​ຍັດ​ວ່າ​ດ້ວຍ​ຄ່າ​ໃຊ້​ຈ່າຍ​​ໃຫ້​ແກ່​ການ​ກວດກາ, ຕີ​ລາຄາກຳນົດ​ລາຄາ, ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ຕົວ​ພະຍານ​, ຄົນ​ແປ​ພາສາໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ ​ເລີ່​ມມີ​ຜົນ​ສັກ​ສິດ​ນັບແຕ່​ວັນ​ທີ 1/1/2013 ​ເປັນ​ຕົ້ນ​ໄປ.

ຂ່າວ/ບົດ​ອື່ນ