ຫ້ອງວ່າການປະທານປະເທດປະກາດບັນດາກົດໝາຍ,ລັດຖະບັນຍັດ

 ຫ້ອງວ່າການປະທານປະເທດປະກາດບັນດາກົດໝາຍ,ລັດຖະບັນຍັດ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຂ່າວ
ພາບ:cand.com.vn


(vovworld)-​​ ຕອນເຊົ້າວັນທີ 5/7 ຢູ່ທຳນຽບປະທານປະເທດ, ຫ້ອງວ່າການປະທານ​ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ປະກາດ​ຄຳ​ສັ່ງ​ຂອງ​ປະທານ​ປະ​ເທດ​ກ່ຽວ​ກັບ​ການ​ປະກາດ ກົດໝາຍ 4 ສະບັບ, ລັດຖະບັນຍັດ 1 ສະບັບ ທີ່​ຫາ​ກໍ່​ໄດ້​ຮັບ​ການ​ຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5, ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ຕາມ​ນັ້ນ​ແລ້ວ, ຄຳ​ສັ່ງ​ຂອງ​ປະທານ​ປະ​ເທດ​ປະກາດ​ໃຊ້​ກົດໝາຍ 4 ສະບັບ​ຄື: ກົດໝາຍ​ວ່າ​ດ້ວຍ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ; ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ກໍ່​ການ​ຮ້າຍ; ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ; ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ລັດຖະບັດ​ຍັດ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​​ເງິນຕາ​ຕ່າງປະ​ເທດ. 
ຕອນ​ບ່າຍ​ວັນ​ດຽວ​ກັນ, ຫ້ອງ​ວ່າການ​ປະທານ​ປະ​ເທດ​ສືບ​ຕໍ່​ປະກາດ​ກົດໝາຍ 5 ສະ​ບັບ ​ແລະ ມະຕິ 1 ສະບັບ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​​ເອົາ ນັ້ນ​ແມ່ນ: ກົດໝາຍ​ປັບປຸ​ງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ, ກົດໝາ​ຍປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ລາຍ​ຮັບ​ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ການ​​ໄກ​່​​ເກ່ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ຖານ, ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ພັກ​ອາ​ໄສ. ກົດໝາຍ​ປັບປຸງ​ເພີ່ມ​ເຕີມ​ມາດຕາ 170 ຂອງ​ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ ​ແລະ ມະຕິ​ຕໍ່​ກຳນົດ​ເວລາ​ນຳ​ໃຊ້​ທີ່​ດິນ​ປູກ​ຕົ້ນ​ໄມ້​ປະຈຳ​ປີ, ທີ່​ດິນ​ລ້ຽງ​ແລະ​ປູກ​ສິນ​ໃນ​ນ້ຳ, ທີ່​ດິນ​ຜະລິດ​ເກືອ​ຂອງ​ບັນດາ​ຄອບຄົວ, ສ່ວນ​ບຸກຄົນ

 

 

ຂ່າວ/ບົດ​ອື່ນ