ຫ້ອງວ່າການປາທານາທິບໍດີອີຣັກຮຽກຮ້ອງສະພາແຫ່ງຊາດສົ່ງເສີມການສ້າງຕັ້ງລັດຖະບານໃໝ່

ຫ້ອງວ່າການປາທານາທິບໍດີອີຣັກຮຽກຮ້ອງສະພາແຫ່ງຊາດສົ່ງເສີມການສ້າງຕັ້ງລັດຖະບານໃໝ່ - ảnh 1
ເຂດ Ramadi, ແຂວງ Anbar, ພາກຕາເວັນຕົກ Iraq
 (ພາບ: AFP/TTXVN)

(vovworld) – ວັນ​ທີ 26/6, ຫ້ອງວ່າການ​ປະທານາທິບໍ​ດີ ອີຣັກ ​ໄດ້​ຮຽກຮ້ອງ​ສະພາ​ແຫ່ງ​ຊາດ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຢູ່​ປະ​ເທດ​ນີ້​ໂຮມ​ປະຊຸມ​ໃນ​ວັນ​ທີ 1/7 ຈະ​ມາ​ເຖິງ, ​ເພື່ອ​ເລີ່ມດຳ​ເນີນ​ວິວັດ​ທະນາການ​ສ້າງ​ຕັ້ງ​ລັດຖະບານ​ຊຸດ​ໃໝ່​ໃນ​ສະພາບ​ການ​ລຸກ​ຮື້​ຂຶ້ນ​ຂອງ​ບັນດາ​ກຸ່ມ​ທະຫານ​ກະບົດ​ພວມ​ນາບ​ຂູ່​ເຖິງຄວາມ​ເປັນ​​ເອກະ​ພາບ​ຂອງ​ປະ​ເທດ​​​ໃນເຂດ​ອ່າວ​ນີ້. ຫ້ອງວ່າການ​ຂອງທ່ານ​ຮອງ​ປະທານາທິບໍດີ Khudair al – Khuzai, ຜູ້​ຮັກສາ​ການ​ປະທານາທິບໍດີ, ​ທັງ​ແມ່ນພັນທະ​ມິດ​ໃກ້​ຊິດ​ກັບ​ທ່ານ​ນາຍົກລັດຖະມົນຕີ Nuri al – Maliki, ຢືນຢັນ, ວາລະ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ຈະ​​ດຳ​ເນີນ​ໃນ​ອາທິດ​ໜ້າ. ​ພາຍ​ໃຕ້​ການ​​ເປັນ​ປະ​ທານ​ຂອງ​ຜູ້​ມີ​ອາຍຸ​ສູງ​ສຸດ​ໃນ​ຈຳນວນສະມາ​ຊິກ​ສາ​ພາ​ແຫ່ງ​ຊາດ 328 ທ່ານ​ທີ່ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 30/4 ຜ່ານ​ມາ.

    ຄາ​ດວ່າ, ສະພາ​ແຫ່ງ​ຊາດ​ຈະ​ມີ​ເວລາ 30 ວັນ​ເພື່ອ​ເລືອກ​ຕັ້ງ​ປະທານາທິບໍດີ​ຄົນ​ໃໝ່ ​ແລະ ພາຍຫຼັງ 15 ວັນ​ຕ້ອງ​ເລືອກ​ເຟັ້ນນາຍົກລັດຖະມົນຕີ ອີຣັກ​ໃຫ້​ໄດ້.


ຂ່າວ/ບົດ​ອື່ນ