ຫ້ອງ​ວ່າ​ການ​ລັດ​ຖະ​ບານ ຈັດ​ງານ​ພົບ​ປະ​ສັງ​ສັນ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມບິ່ງມິງ ໄດ້ຍ້ອງຍໍຊົມເຊີຍ່ນ້ຳໃຈເຮັດວຽກທັງເວັນ ແລະ ຄືນຂອງພະນັກງານ, ລັດຖະກອນຫ້ອງວ່າການລັດຖະບານ; ຕີລາຄາສູງຕໍ່ບັນດາການປະກອບສ່ວນ, ຄວາມມານະພະຍາຍາມ ແລະ ໝາກຜົນເຊິ່ງຫ້ອງວ່າການລັດຖະບານ ບັນລຸໄດ້. 
ຫ້ອງ​ວ່າ​ການ​ລັດ​ຖະ​ບານ ຈັດ​ງານ​ພົບ​ປະ​ສັງ​ສັນ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມບິ່ງມິງ ກ່າວຄຳເຫັນທີ່ການພົບປະສັງສັນ (ພາບ: VGP)

ວັນທີ 7 ກຸມພາ - ເຊິ່ງເປັນວັນເຮັດວຽກທຳອິດພາຍຫຼັງໄລຍະພັກບຸນປີໃໝ່ປະຈຳຊາດປີຂານ 2022, ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ຈັດງານພົບປະສັງສັນຍາມຕົ້ນລະດູບານໃໝ່ ແລະ ຜັນຂະຫຍາຍໜ້າທີ່ວຽກງານປີ 2022. ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ; ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ທ່ານຮອງນາຍົກລັດຖະມົນຕີ ເລວັນແທັ່ງ ກໍໄດ້ເຂົ້າຮ່ວມ.

ກ່າວຄຳເຫັນທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມບິ່ງມິງ ໄດ້ຍ້ອງຍໍຊົມເຊີຍ່ນ້ຳໃຈເຮັດວຽກທັງເວັນ ແລະ ຄືນຂອງພະນັກງານ, ລັດຖະກອນຫ້ອງວ່າການລັດຖະບານ; ຕີລາຄາສູງຕໍ່ບັນດາການປະກອບສ່ວນ, ຄວາມມານະພະຍາຍາມ ແລະ ໝາກຜົນເຊິ່ງຫ້ອງວ່າການລັດຖະບານ ບັນລຸໄດ້. ປີ 2022 ແມ່ນປີທີ 2 ທີ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ປະຕິບັດຍຸດທະສາດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ໂຄງການສັງລວມຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ທ່ານ ຟ້າມມິງຈິງ ກໍສະເໜີໃຫ້ລັດຖະກອນ, ພະນັກງານຫ້ອງວ່າການລັດຖະບານ ພາຍຫຼັງໄລຍະພັກບຸນປີໃໝ່ຕ້ອງລົງມືເຮັດວຽກ, ອຸທິດສ່ວນ ແລະ ບັນລຸຜົນສຳເລັດຫຼາຍກວ່າອີກໃນປີ 2022.

 

 

ຕອບກັບ

ຂ່າວ/ບົດ​ອື່ນ