ຫ້ອງວ່າການລັດຖະບານຈັດກອງປະຊຸມຂ່າວນັດ ສາມັນປະຈຳເດືອນ 1/2012

ຫ້ອງວ່າການລັດຖະບານຈັດກອງປະຊຸມຂ່າວນັດ ສາມັນປະຈຳເດືອນ 1/2012 - ảnh 1
ທ່ານລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການປະຊຸມຂ່າວນັດສາມັນ ເດືອນ 1/2012 ຂອງລັດຖະບານ
(ພາບ:chinhphu.vn)

​(vov world) ຕອນ​ບ່າຍ​ວັນ​ທີ 4/2, ຢູ່ ຮ່າ​ໂນ້ຍ, ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມໄດ້​ຈັດ​ກອງ​ປະຊຸມຂ່າວ​ນັດ​ສາມັນ​ປະຈຳ​ເດືອນ 1/2012. ທ່ານລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຫວູດຶກ​ດາມ ​ໃຫ້​ຮູ້​ວ່າ: ​ໃນ​ເດືອນ 1, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ​ຕ່າງໆໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ມະຕິ​ເປັນ​ຢ່າງ​ດີ ກໍ່​ຄື​ການ​ຊີ້ນ​ຳຂອງ​ນາຍົກລັດຖະມົນຕີ​ ກ່ຽວ​ກັບ​ການ​ຮັບປະກັນ​ລາຄາ​ຕະຫຼາດ​ໃຫ້​ເປັນ​ປົກກະຕິ, ຊຸກຍູ້​ຕະຫຼາດ, ກະກຽມ​ໃຫ້​ປະຊາຊົນ​ຕ້ອນຮັບ​ປີ​​ໃໝ່​ປະຈຳ​ຊາດເປັນ​ຢ່າງ​ດີ. ​ເສດຖະກິດ - ສັງຄົມ​ສືບ​ຕໍ່​ເປັນ​ປົກກະຕິ ​ແລະ ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ໜ້າ. ​ເຖິງ​ວ່າ​ໃນ​ໂອກາດ​ປີ​ໃໝ່​ປະຈຳ​ຊາດ, ບັນດາ​ດັດ​ສະ​ນີລາຄາ​ໃຊ້​ສອນ (ຫຼື CPI) ​ໃນ​ເດືອນ 1/2012 ​ເພີ່ມ​ຂຶ້ນ​ພຽງ​ແຕ່ 1% ​ເມື​ອ່ທຽບ​ໃສ່​ເດືອນ​ກ່ອນ (ນີ້​ແມ່ນ​ລະດັບ​ເພີ່ມ​ຂຶ້ນ​ຕ່ຳ​ສຸດ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ 3 ປີ ມໍ່ໆ​ມາ​ນີ້). ກ່ຽວ​ກັບ​ໜ້າ​ທີ່​ຈຸດ​ສຸມ​ໃນ​ໄລຍະ​ທີ່​ຈະມາ​ເຖິງ, ທ່ານ ຫວູດຶກ​ດາມ ຊີ້​​ແຈງ​ວ່າ:

“ລັດຖະບານ​ຈະ​ສືບ​ຕໍ່​ສຸມ​ໃສ່​ບໍລິຫານ ​ແມ່ນ​ການຮັກສາ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ 1 ຕົວ​ເລກ ​ແລະ ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ເໝາະ​ສົມ ດ້ວຍ​ບັນດາ​​ເຄື່ອງມືດ້ານ​ເສດຖະກິດ ຈະ​ຈຳກັດ​ບັນດາ​​ເຄື່ອງມືດ້ານ​ບໍລິຫານ​ຢູ່​ໃນ​ລະດັບ​ຕ່ຳ​ສຸດ. ​ເພື່ອ​ເຮັດ​ໄດ້​ສິ່ງ​ດັ່ງກ່າວ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ທຸກໆ​ຂະ​ແໜງ​ການ, ຂັ້ນຕ່າງໆ ​ແລະ ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ. ​ໃນ​ຂະນະ​ທີ່​ປະສົມ​ກັບ​ຄວາມ​ຫຍູ້​ງຍາກ, ພວກ​ເຮົາ​ຕ້ອງ​ມຸ້ງ​ໄປ​ເຖິງ​ບັນດາ​ຂະ​ແໜງ​ການ, ບັນດາຂົງ​ເຂດ​ຕາມ​ກຳນົດ​ທິດ​ທີ່​ໄດ້​ຮັບບຸລິມະສິດ​ແລ້ວ.”

ທ່ານ​ລັດຖະມົນຕີ ຫວູດຶກ​ດາມ ​ແລະ ຜູ້ຕາງໜ້າ​ກະຊວງ​ການ​ເງິນ, ກະຊວງ​ຖະ​ແໜງ​ຂ່າວ ​ແລະ ​ສື່ສານ, ທະນາຄານ​ແຫ່ງ​ລັດ​ກໍ່​ໄດ້​ຕອບ​ຄຳ​ຖາມ​ຂອງ​ວົງ​ການ​ນັກ​ຂ່າວຫຼາຍ​ຂໍ້ ກ່ຽວ​ຂ້ອງ​ເຖິງ​ບັນດາ​ບັນຫາ​ສ້າງໂຄງ​ປະກອບ​ການ​ລົງ​ທຶນ​ແຫ່ງ​ລັດ​ຄືນ​ໃໝ່, ການຊຳລະ​ຂອງບັນດາ​ທະນາຄານ, ​ເລື່ອງ​ໂຮມບັນດາ​ທະນາຄານ​ການ​ຄ້າ​ເຂົ້າກັນ, ຫຼຸດຜ່ອນ​ຄ່າ​ດອກ​ເບ້ຍ​ໃຫ້​ກູ້​ຢືມ, ບັນດາ​ການ​ທ້າ​ທາຍ​ກ່ຽວ​ກັບ​ດັບ​ສະ​ນີ CPI.

 

ຂ່າວ/ບົດ​ອື່ນ