ຫ້ອງວ່າການລັດຖະບານຈັດກອງປະຊຸມສະຫລຸບວຽກງານປີ 2020

(VOVWORLD) - ຕອນບ່າຍວັນທີ 25 ທັນວາ, ຫ້ອງວ່າການລັດຖະບານຫວຽດນາມ ຈັດກອງປະຊຸມສະຫລຸບວຽກງານປີ 2020, ຜັນຂະຫຍາຍໜ້າທີ່ປີ 2021. 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ດ້ວຍທິດນຳລັດຖະບານສ້າງສາປະດິດຄິດສ້າງ, ຮັບໃຊ້ປະຊາຊົນ, ກົງຈັກເຮັດວຽກຕ້ອງມີຄຸນນະພາບດີ ແລະ ຫ້ອງວ່າການລັດຖະບານໄດ້ປະຕິບັດໜ້າທີ່ດັ່ງກ່າວເປັນຢ່າງດີໃນໄລຍະຜ່ານມາ.

ຫ້ອງວ່າການລັດຖະບານຈັດກອງປະຊຸມສະຫລຸບວຽກງານປີ 2020 - ảnh 1ຫ້ອງວ່າການລັດຖະບານຈັດກອງປະຊຸມສະຫລຸບວຽກງານປີ 2020 (ພາບ: VGP)

ເມື່ອຍົກອອກບັນດາໜ້າທີ່ສຳຄັນຂອງປະເທດຊາດໃນໄລຍະຈະມາເຖິງ, ໃນນັ້ນ ມີວຽກງານຫລາຍຢ່າງທີ່ຂຶ້ນກັບຄວາມຮັບຜິດຊອບຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ:

        “ຫ້ອງວ່າການລັດຖະບານຕ້ອງປະຕິບັດໜ້າທີ່ສຳຄັນແມ່ນກໍ່ສ້າງ, ຜັນຂະຫຍາຍໂຄງການ, ແຜນການປະຕິບັດງານລັດຖະບານ, ນາຍົກລັດຖະມົນຕີໃຫ້ເປັນຢ່າງດີ. ໄປຄຽງຄູ່ກັນນັ້ນ ແມ່ນຍົກສູງຄຸນນະພາບເປັນເສນາທິການສັງລວມຢ່າງບໍ່ຢຸດຢັ້ງ. ຕິດຕາມບັນດາເຫດການເຄັ່ງຮ້ອນ, ສະເໜີບັນດາມາດຕະການໃຫ້ທັນການເໝາະສົມ, ເສນາທິການໃຫ້ຖືກແນວທາງ, ໂຄງການດຳເນີນງານ, ນະໂຍບາຍກົດໝາຍ…

       ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຊີ້ນຳໃຫ້ຫ້ອງວ່າການລັດຖະບານ ສືບຕໍ່ຍູ້ແຮງການປະຕິຮູບດ້ານບໍລິຫານ, ຮັບຟັງຄຳເຫັນ, ຄຳສະເໜີ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດໃຫ້ດີກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ