ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຜັນຂະຫຍາຍວຽກງານປີ 2015

ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຜັນຂະຫຍາຍວຽກງານປີ 2015 - ảnh 1
ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຜັນຂະຫຍາຍວຽກງານປີ 2015
(ພາບ: dangcongsan.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 13/01, ຢູ່​ຮ່າ​ໂນ້ຍ, ຫ້ອງວ່າກາ​ນສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2014, ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ປີ 2015 ຂອງ​ຫ້ອງ​ວ່າການ​ສູນ​ກາງ​ພັກ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ກຳມະກາ​ນກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ ​ເລ​ຮົ່ງ​ແອ​ງ ​ເນັ້ນ​ໜັກ​ວ່າ: ປີ 2015, ​ແມ່ນ​ປີ​ມີ​ຄວາມ​ໝາຍສຳຄັນ​ພິ​ເສດ, ​ແມ່ນ​ປີ​ສຸມ​ໃສ່​ປະຕິບັດ​ຢ່າງ​ມີ​ໄຊແຜນການ​ພັດທະນາ​ເສດຖະກິດ, ສັງຄົມ​ປີ 2015, ປະກອບສ່ວນປະຕິບັດ​​ແຜນການ 5 ປີ ​ໄລຍະ 2011 – 2015 ​ໃຫ້ສຳ​ເລັດ. ພ້​ອມທັງ​ແມ່ນ​ປີ ດຳ​ເນີນ​ກອງ​ປະຊຸມ​ຂອງ​ພັກ​ທຸກ​ຂັ້ນ, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ; ກໍ່​ແມ່ນ​ປີ​ມີ​ວັນ​ບຸນ​ໃຫຍ່​ຂອງ​ພັກ ​ແລະ ຂອງ​ຊາດ. ສະ​ນັ້ນ, ຫ້ອງ​ວ່າກາ​ນສູນ​ກາງ​ຕ້ອງ​ກຳ​ແໜ້ນສະພາບ​ຕົວ​ຈິງ​ເພື່ອ​ເປັນ​ເສນາ​ທິການ​ໃຫ້ການ​ນຳ​ຂັ້ນ​ສູງ​ຂອງ​ພັກ​ທຸກ​ຂັ້ນ ຈັດ​ຕັ້ງ​ການ​ປະຕິບັດ​ບັນດາ​ຄາດໝາຍ, ໜ້າ​ທີ່​ປີ 2015 ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ຢ່າງ​ມີ​ໄຊ. ພ້ອ​ມກັນ​ນັ້ນ, ຫ້ອງ​ວ່າການ​ສູນ​ກາງ​ພັກ​ສົມທົບ​ກັບ​ບັນດາ​ອົງການ ກະກຽມ ​ແລະ ຮັບ​ໃຊ້​ບັນດາ​ກອງ​ປະຊຸມ​ສູນ​ກາງ​ໃນ​ປີ, ກອງ​ປະຊຸມ​ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ, ບັນດາ​ການ​ເຮັດວຽກ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ​ເປັນ​ຢ່າງ​ດີ. ທ່ານ ເລ​ຮົ່ງ​ແອ​ງ ສະ​ເໜີ​​ໃຫ້ຫ້ອງວ່າກາ​ນສູນ​ກາງ​ພັກສືບ​ຕໍ່​ສົມທົບ​ກັບ​ບັນດາ​ອົງການ​ກ່ຽວ​ຂ້ອງ​ເປັນ​ຢ່າງ​ດີ ​ເພື່ອ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ, ປະຕິບັດ​ໜ້າ​ທີ່​ລວບ​ລວມຄຳ​ເຫັນ​ໃສ່​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ເປັນ​ຢ່າງ​ດີ, ​ເພື່ອ​ໃຫ້​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ມີ​ຄຸນ​ນະພາ​ບສູງ, ​ແທດ​ຈິງສຸມ​ພູມ​ປັນຍາ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ