ຫ້ອງວ່າການສະພາແຫ່ງຊາດຜັນຂະຫຍາຍໜ້າທີ່ປີ2014

ຫ້ອງວ່າການສະພາແຫ່ງຊາດຜັນຂະຫຍາຍໜ້າທີ່ປີ2014 - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບປະກອບ)


(vovworld) –  ກ່າວ​ຄ​ຳ​ເຫັນ​ທີ່​ກອງ​ປະຊຸມຜັນຂະຫຍາຍໜ້າທີ່ປີ 2014​ ຂອງຫ້ອງວ່າການສະພາແຫ່ງຊາດຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/1, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກວ່າ​ປີ 2014, ຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດ​ຕ້ອງ​ປະຕິບັດ​ບົດບາດ​ໜ້າ​ທີ່​ເປັນ​ເສນາ​ທິການ​ສັງ​ລວມ​ເປັນ​ຢ່າງ​ດີ, ​ເພື່ອຮັບ​ໃຊ້​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​​ມີ​ບັນດາການ​ປ່ຽນ​ໃໝ່ ​ແລະ ບັນລຸ​ໄດ້​ໝາກຜົນ​ຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວ​ນິຕິ​ບັນ​ຍັດ, ຕິ​ດຕາມ​ກວດກາ, ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທ​ດຊາດ ກໍ່​ຄື​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ສື່​ຂ່າວ, ​ໂຄສະນາ​ເຜິ​ຍ​ແຜ່, ​ເຊື່ອມ​ຕໍ່​ການ​ຮ່ວມ​ມືສື່​ຂ່າວ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ກັບ​ສຳນັກ​ຂ່າວສານ, ສື່ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ປະຕິບັດ​ໜ້າ​ທີ່​ໂຄສະນາ​ເຜິ​ຍ​ແຜ່​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ, ນຳ​ສະພາ​ແຫ່ງ​ຊາດ​ໃກ້ຊິດ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຕ່າງ​ປະ​ເທດ. ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ກໍ່​ຄວນ​ຍຸ້​ແຮງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ກ່ວາ​ອີກ ​ເພື່ອ​ໂຄສະນາ​ພາບ​ພົດ​ຂອງ ສະພາ​ແຫ່ງ​ຊາດ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງປະ​ເທດ​ສະພາແຫ່ງຊາດ.

ຂ່າວ/ບົດ​ອື່ນ