ຫ້ອງວ່າການສະພາແຫ່ງຊາດສືບຕໍ່ປ່ຽນແປງໃໝ່, ປັບປຸງຢ່າງແຮງ

(VOVWORLD) -  ວັນທີ 09 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ຫ້ອງວ່າການສະພາແຫ່ງຊາດໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານປີ 2018 ແລະ ຜັນຂະຫຍາຍໜ້າທີ່ປີ 2019.
ຫ້ອງວ່າການສະພາແຫ່ງຊາດສືບຕໍ່ປ່ຽນແປງໃໝ່, ປັບປຸງຢ່າງແຮງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ

        ຕີລາຄາກ່ຽວກັບຄຸນນະພາບການເຄື່ອນໄຫວປີ 2018, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ ປີຜ່ານມາ, ສະພາແຫ່ງຊາດໄດ້ປະຕິບັດສຳເລັດວຽກງານໃຫຍ່, ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງທັງໃນການເຄື່ອນໄຫວນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ແລະ ໃນການເຄື່ອນໄຫວການຕ່າງປະເທດ. ກ່ຽວກັບໜ້າທີ່ໃນປີ 2019, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ:

        ຍົກສູງລະບຽບວິໄນການບໍລິຫານໃນການເຄື່ອນໄຫວທາງລັດຖະການ; ຄົ້ນຄວ້າ, ກວດກາປັບປຸງ ແລະ ປະຕິບັດບັນດາຂໍ້ກຳນົດທີ່ກ່ຽວຂ້ອງຢ່າງຮີບດ່ວນ ເພື່ອໃຫ້ເໝາະສົມກັບແຜນຮ່າງວັດທະນະທຳທາງລັດຖະການ ເຊິ່ງນາຍົກລັດຖະມົນຕີຫາກໍ່ອະນຸມັດຜ່ານ. ພ້ອມກັນນັ້ນ, ຫ້ອງວ່າການກໍ່ຄວນໃສ່ໃຈ, ຊາບຊຶມປະຕິບັດຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກກ່ຽວກັບຄວາມຮັບຜິດຊອບເຊີດຊູແບບຢ່າງທີ່ດີ.

ຕອບກັບ

ຂ່າວ/ບົດ​ອື່ນ