ຫາງ​ສຽງ ສ.ເກົາຫຼີ ກ່ຽວ​ກັບ​ແງ່​ຫວັງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ- ສ.ເກົາຫຼີ

(VOVWORLD) - ສຳນັກຂ່າສານ Yonhap, ໂທບະພາບ KBS, ແລະ ໜັງສືພິມໃຫ່ຍຕ່າງໆຄືເສດຖະກິດລາຍວັນ,  Chosun Ilbo.... ລ້ວນແຕ່ໄດ້ເນັ້ນໜັກກ່ຽວກັບເລື່ອງ ຄະນະຜູ້ແທນເສດຖະກິດໃຫ່ຍຫຼວງ ທີ່ໄດ້ຮ່ວມເດີນທາງພ້ອມກັບປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໄປຢ້ຽມຢາມ ຫວຽດນາມ ຄັ້ງນີ້.
 ຫາງ​ສຽງ ສ.ເກົາຫຼີ ກ່ຽວ​ກັບ​ແງ່​ຫວັງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ- ສ.ເກົາຫຼີ - ảnh 1

 (ພາບ: TTXVN)

  ວັນທີ 22-23 ມິຖຸນາ, ສື່ມວນຊົນ ສ.ເກົາຫຼີ ໄດ້ພ້ອມກັນໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໃນການຢ້ຽຢາມ ທາງລັດຖະກິດ ຫວຽດນາມ ແຕ່ວັນທີ 22-24 ມິຖຸນາ.

  ທ່ານ  Lee Do-woon ໂຄສົກຂອງຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໃຫ້ຮູ້ວ່າ ການຢ້ຽມຢາມຂອງປະທານາທິບໍດີ Yoon Suk Yeol ແມ່ນຈຸດເລີ່ມຕົ້ນໃຫ້ແກ່ 30 ປີໃໝ່ຂອງການພົວພັນສອງຝ່າຍ ຫວຽດນາມ-ສ.ເກົາຫຼີ. ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໄດ້ເລືອກປະເທດ ຫວຽດນາມ ຊື່ງແມ່ນ 1 ໃນ 3 ຄູ່ຮ່ວມມືດ້ານການຄ້າໃຫ່ຍ ເພື່ອດຳເນີນການຢ້ຽມຢາມສອງຝ່າຍຄັ້ງທຳອິດ ໄປປະເທດສະມາຊິກອາຊຽນ; ພ້ອມທັງເອົານີ້ແມ່ນຂີດໝາຍ ເພື່ອປັບປຸງນະໂຍບາຍ ແລະ ຍົກສູງລະດັບການຮ່ວມມືດ້ານເສດຖະກິດ-ລະບົບສະໜອງ-ຄວາມໝັ້ນຄົງ-ວັດທະນະທຳລະຫວ່າງສອງຝ່າຍ.

    ສຳນັກຂ່າສານ Yonhap, ໂທບະພາບ KBS, ແລະ ໜັງສືພິມໃຫ່ຍຕ່າງໆຄືເສດຖະກິດລາຍວັນ,  Chosun Ilbo.... ລ້ວນແຕ່ໄດ້ເນັ້ນໜັກກ່ຽວກັບເລື່ອງ ຄະນະຜູ້ແທນເສດຖະກິດໃຫ່ຍຫຼວງ ທີ່ໄດ້ຮ່ວມເດີນທາງພ້ອມກັບປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໄປຢ້ຽມຢາມ ຫວຽດນາມ ຄັ້ງນີ້. ວົງການສື່ມວນຊົນ ໄດ້ສຸມໃສ່ເນັນໜັກເຖິງຄວາມສຳຄັນຂອງ ຫວຽດນາມ ຄືດັ່ງຮາກຖານການຜະລິດທີ່ສຳຄັນທີ່ສຸດຂອງ ສ.ເກົາຫຼີ ກໍ່ຄືຕະຫຼາດການຄ້າຂອງ ສ.ເກົາຫຼີ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ