ຫາງສຽງ ອົດສະຕາລີ ສະແດງຄວາມປະທັບໃຈຕໍ່ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Anthony Albanese

(VOVWORLD) - ໜັງສືພິມເອເລັກໂຕນິກ ABC News ໃຫ້ຮູ້ວ່າ: ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Anthony Albanese, ສອງປະເທດໄດ້ລົງນາມບັນດາຂໍ້ຕົກລົງໃນນັ້ນມີບ້ວງເງິນ 105 ລ້ານ ໂດລາອົດສະຕາລີ ...
ຫາງສຽງ ອົດສະຕາລີ ສະແດງຄວາມປະທັບໃຈຕໍ່ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Anthony Albanese - ảnh 1ບົດຂຽນກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Anthony Albanese
(ພາບ: VOV)

ໃນສອງມື້ຜ່ານມາ, ສື່ມວນຊົນຂອງ ອົດສະຕາລີ ໄດ້ໃຫ້ຂ່າວ, ບົດຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ເປັນເວລາສອງວັນ (3 – 4 ມິຖຸນາ) ຂອງທ່ານນາຍົກລັດຖະມົນຕີ Anthony Albanese. ນອກຈາກການເຕື້ອງເຖິງບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ Anthony Albanese ຢູ່ ຫວຽດນາມ, ບັນດາເນື້ອໃນທີ່ທ່ານໄດ້ແລກປ່ຽນທີ່ການພົບປະຄັ້ງຕ່າງໆ, ສື່ມວນຊົນ ອົດສະຕາລີ ກໍ່ຄັດສະເໜີບັນດາຂໍ້ສັງເກດອັນຕັ້ງໜ້າຂອງທ່ານນາຍົກລັດຖະມົນຕີ Anthony Albanese ກ່ຽວກັບການພົວພັນກັບ ຫວຽດນາມ.

        ໜັງສືພິມເອເລັກໂຕນິກ ABC News ໃຫ້ຮູ້ວ່າ: ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Anthony Albanese, ສອງປະເທດໄດ້ລົງນາມບັນດາຂໍ້ຕົກລົງໃນນັ້ນມີບ້ວງເງິນ 105 ລ້ານ ໂດລາອົດສະຕາລີ ໜູນຊ່ວຍວິວັດການກຳຈັດ ກາກບອນ ໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ ເພື່ອຊ່ວຍໃຫ້ ຫວຽດນາມ ບັນລຸເປົ້າໝາຍຫລຸດອາຍພິດເຮືອນແກ້ວລົງລະດັບ 0 (Net Zero) ໃນປີ 2050; ການຮ່ວມມືກ່ຽວກັບການແບ່ງປັນຂໍ້ມູນຂ່າວສານ ແລະ ດຳເນີນກອງປະຊຸມສະໄໝສາມັນຂອງບັນດາລັດຖະມົນຕີການຄ້າ…

        ໜັງສືພິມ Financial Review ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີ ອົດສະຕາລີ  ປາດຖະໜາຢາກໃຫ້ ຫວຽດນາມ ກາຍເປັນຄູ່ຮ່ວມມືແຖວໜ້າຂອງປະເທດນີ້ ແລະ ຫວັງວ່າ “ສອງປະເທດອາດຈະຍົກລະດັບການພົວພັນຂຶ້ນເປັນຄູ່່ຮ່ວມມືຍຸດທະສາດຮອບດ້ານໃນໄວໆນີ້”.

        ບໍ່ພຽງແຕ່ເຕື້ອງເຖິງການເຄື່ອນໄຫວທາງການເທົ່ານັ້ນ, ສື່ມວນຊົນ ອົດສະຕາລີ ກໍ່ສະແດງຄວາມປະທັບໃຈ ເມື່ອທ່ານນາຍົກລັດຖະມົນຕີ Anthony Albanese ໄດ້ຢ້ຽມຊົມ ແລະ ຊິມລົດຊາດຂອງ ເບຍສົດຮ່າໂນ້ຍ ແລະ ເຂົ້າຈີ່, ອາຫານບາງເຍື່ອງຂອງຊາວ ຫວຽດນາມ ທີ່ແຂກທ່ອງທ່ຽວສາກົນນິຍົມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ