ຫາງສຽງກ່າວປະນາມເຫດວາງລະເບີດຢູ່ລີບານຢ່າງແຮງ

ຫາງສຽງກ່າວປະນາມເຫດວາງລະເບີດຢູ່ລີບານຢ່າງແຮງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ (ສປຊ) ບານ​ກີ​ມູນ
(ພາບປະກອບ)


(vovworld) - ວັນ​ທີ 27/12, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ (ສປຊ) ບານ​ກີ​ມູນ ​ໄດ້​ກ່າວ​ປະນາມ​ເຫດ​ວາງ​ລະ​ເບີດລົດ​ໂອ​ໂຕ​ຢູ່​ນະ​ຄອນ​ຫຼວງ ​ໄບຣຸດ ຂອງລີ​ບານ​ ຢ່າງ​ແຮງ, ​ເຊິ່ງ​ເຮັດ​ໃຫ້​ລັດຖະມົນຕີ​ການ​ເງິນ ​ໂມ​ຮາ​ແມດ ຈາດ​ຕາ (Mohammad Chattah) ​ແລະ 5 ຄົນ​ຖືກ​ເສຍ​ຊີວິດ, ກວ່າ 70 ຄົນ​ຖືກ​ບາດ​ເຈ​ບ. ທ່ານ​ບານ​ກີ​ມູນ ກໍ່​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ລະງັບ​ໃຈ,​ສະໜັບສະໜູນ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຮັບປະກັນ​ຄວາມ​ໝັ້ນຄົງ​ຢູ່ ລີ​ບານ ຕໍ່ໜ້າ​ການ​ຂົ່ມຂູ່​ຈາກ​ລັດທິ​ກໍ່​ການ​ຮ້າຍ ​ແລະ ການ​ກໍ່​ການ​ຮ້າຍ​ຢູ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຊີ​ຮີ. 15 ປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ ສປຊ ກໍ່​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ ຕໍ່​ກົນອຸບາຍ​ທຳລາຍ​ສະຖຽນ​ລະ​ພາບຢູ່​ລີ​ບານ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຢຸດຕິ​ບັນດາ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ​ ​ແລະ ຂົ່ມຂູ່​ບັນດາ​ນັກ​ການ​ເມືອງໃນ​ທັນທີ.

ຂ່າວ/ບົດ​ອື່ນ