ຫາງສຽງກ່ຽວກັບ ການເຄື່ອນໄຫວຂອງ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢູ່ອາເມລິກາ

ຫາງສຽງກ່ຽວກັບ ການເຄື່ອນໄຫວຂອງ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢູ່ອາເມລິກາ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ເຂົ້າ​ຮ່ວມ​ກອ​ງປະຊຸມ​ຂັ້ນ​ສູງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ
(ພາບປະກອບ: Chinhphu.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 29 ກັນຍາ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂຶ້ນ​ສູງ​ຫວຽດນາມ ​ໄດ້​ກັບ​ເມື​ອຮອດ​ຮ່າ​​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສ.ຝລັ່ງ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອ​ງປະຊຸມ​ຂັ້ນ​ສູງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຢູ່​ອາ​ເມ​ລິ​ກາ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 28 ກັນຍາ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ກອ​ງປະຊຸມ​ຂັ້ນ​ສູງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ​ເຂົ້າ​ຮ່ວມ​​ການ​ເຄື່​ອນ​ໄຫວຕ່າງໆ​ຢູ່​ອາ​ເມ​ລິ​ກາ. ບັນດາ​ການ​ເຄື່ອນ​​ໄຫວ​ດັ່ງກ່າວ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ວົງ​ຄະນະ​ຍາດ​ສາກົນ.

        ພາຍຫຼັງ​ການ​ເຮັດ​ວຽກ​ກັບ​ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ທ່ານ​ນາງຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ເງິນຕາ​ສາກົນ Christine Lagade ​ໃຫ້​ຮູ້​ວ່າ, ທ່ານ​ໄດ້​ຕີ​ລາຄາ​ສູງ​ຄຳ​ໝັ້ນ​ສັນຍາ​ປະຕິ​ຮູບ​ເສດຖະກິດ​ຂອງ​ຫວຽດນາມ​ຂອງ​ທ່ານ​ນາຍົກລັດຖະມົຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ທັງ​ສະ​ແດງ​ຄວາມ​ປະ​​ເອີ​ບ​ໃຈກ່ຽວ​ກັບ​ເສດຖະກິດ​ຂອງ​ຫວຽດນາມ. ທ່ານ​ນາງ Christine Lagade ກ່າວ​ວ່າ.

        “ຄວາມ​ຕັດສິນ​ໃຈ​ຮັບປະກັນ ​ແລະ ​ເພີ່ມ​ທະວີ​ການ​ເຕີບ​ໂຕ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ໃຫ້​ເຫັນ​ວ່າ ທ່ານ​ເຂົ້າ​ໃຈ​ກ່ຽວ​ກັບ​ທຸກໆ​ສະພາບ​ການ. ພວກ​ຂ້າພະ​ເຈົ້າ​ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ໃນ​ການ​ຮັບປະກັນ​ຊີວິດ​ສັງຄົມ, ຫຼຸ​ດຜ່ອນ​ຄວາມທຸກ​ຍາກ ​ແລະ ຮັບປະກັນ​ພື້ນຖານ​ເສດຖະກິດ​ຜ່ານ 2 ປັດ​ໃຈ, ທີ່​ໜຶ່ງ​ແມ່ນ ປັບປຸງ​ດ້ານ​ການ​ເງິນ ​ແລະ ຮັບປະກັນ​ແຜນ​ນະ​ໂຍບາຍ​ເຂັ້ມ​ແຂງ, ທີ່ 2 ​ແມ່ນ​ສືບ​ຕໍ່​ປັບປຸງ​ລະບົບ​ທະນາຄານ ​ແລະ ກຸ່ມວິ​ສາ​ຫະກິດ​ຂອງ​ລັດ. ດ້ວຍ​ຍຸດ​ທະ​ສາດ​ປັບປຸງ​ສັງ​ລວມທີ່​ພວມ​ໄດ້​ຮັບ​ການ​ປະຕິບັດດັ່ງກ່າວ, ​ແນ່ນອນ​ວ່າ​ ຫວຽດນາມ ຈະ​ບັນລຸ​ໄດ້​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ ​ແລະ ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເຕີບ​ໂຕ​ຈາກ​ລະດັບກວ່າ 5% ຄື​ປະຈຸ​ບັນ.”

        ສ່ວນ​ທ່ານ​ນາງ Joseeran, ປະທານ​ສະມາຄົມ​ອາຊີ, ຊຶ່ງ​ແມ່ນອົງການ​ຈັດ​ຕັ້ງ​ຂອງ​ ອາ​ເມ​ລິ​ກາ ທີ່​ຄົ້ນຄວ້າ ​ແລະ ​ສຶກສາສະ​ເພາະ​ກ່ຽວ​ກັບ​ອາຊີ ​ໃຫ້​ຮູ້​ວ່າ.

        “ທ່ານ​ນາຍົກລັດຖະມົນຕີ ຫວຽນ​ເຕີນ​ຢຸງ ​ໄດ້​ຍົກ​ອອກ​ຂໍ້​ມູນ​ທີ່​ຈະ​ແຈ້ງ ສຳລັບ​ປະຊາ​ຄົມວິ​ສາ​ຫະກິດອາ​ເມ​ລິ​ກາ: ຫວຽດນາມ​ມີ​ສິ​ໄສ​ທັດ, ມີ​ຄວາມ​ຫວັງ​ທີ່​ໃຫຍ່​ຫຼວງ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ. ຍິ່ງ​ກວ່າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ​ໄດ້​ຊີ້​ແຈ້ງ​ແຜນການ​ເຄື່ອ​ນ​ໄຫວ​ຂອງ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ພາຍ​ໃນ​ປະ​ເທດ ​ແລະ ​ເພື່ອ​ໃຫ້​ວົງ​ຄະນະ​ຍາດ​ສາກົນ​ເຫັນ​ແຈ້ງວ່າ ຫວຽດນາມ ຢາກ​ປະ​ກອບສ່ວນ​ໃຫ້​ແກ່​ໂລກ ຢ່າງ​ສຸດ​ຈິດ​ສຸດ​ໃຈ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກໍ່​ເນັ້ນ​ໜັກ​ວ່າ ຫວຽດນາມ ຢາກ​ເຂົ້າ​ຮ່ວມ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຝີ​ກ ​ແລະ ບັນດາ​ສັນຍາ​ການ​ຄ້າ​ເສລີ ​ແລະ ຢາກ​ສ້າງວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ​ໃຫ້​ແກ່​ປະຊາຊົນ. ບັນດາ​ຂ້ໍ​ມູນ​ດັ່ງ​ກາວ​ໄດ້​ສົ່ງ​ເຖິງ​ປະຊາ​ຄົມ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ຢ່າງ​ກະຈ່າງ​ແຈ້ງ.”

ຂ່າວ/ບົດ​ອື່ນ