ຫາງສຽງກ່ຽວກັບກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ 11

ຫາງສຽງກ່ຽວກັບກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ 11 - ảnh 1
ກອງ​ປະຊຸມຄັ້ງ​ທີ 6 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11
(ພາບ: google.com.vn)

(vovworld) - ກອງ​ປະຊຸມຄັ້ງ​ທີ 6 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ພະນັກງານສະມາຊິກ​ພັກ ​ແລະ ປະຊາຊົນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ເສດຖະກິດ - ສັງຄົມ, ການ​ສຶກສາ - ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ກໍ່ສ້າງ​ພັກ.. ​ເຊິ່ງກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ໃນ​ຄັ້ງ​ນີ້.

ບັນດາ​ເນື້ອ​ໃນ​​ໃນ​ບົດ​ປາ​ໄສ​ປິດ​ກອງ​ປະຊຸມ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກສະມາຊິກ​ພັກ​ຫຼາຍ​ຄົນ ​ແລະ​ ເຂົາ​ເຈົ້າໄດ້​ສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ ເນື້ອ​ໃນ​ຈິດ​ໃຈ​ມະຕິກອງ​ປະຊຸມຄັ້ງ​ທີ 4 ​ແລະ ຄັ້ງ​ທີ 6 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ​ຈະ​​ຜັນ​ຂະຫຍາຍການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ ບັນລຸ​ປະສິດທິ​ຜົນ. ດຣ Nguyen Quoc Dung, ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ ​ເຂດ 4, ​ໃຫ້​ຮູ້​ວ່າ:

        ”​ເປັນ​ຄັ້ງ​ທຳ​ອິດ, ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຂອງ​ກົມ​ການ​ເມືອງ ​ແລະ ກຳມະການ​ກົມ​ການ​ເມືອງ​ໄດ້​ຮັບ​ການ​ເປີດ​ເຜີຍ. ສິ່ງ​ດັ່ງກ່າວ​ຈະ​ສ້າງ​ກຳລັງ​ແຮງ, ປຸກລະດົມ​ກຳລັງ​ໃຈ, ​ຄວາມແບ່ງປັນຫຼາຍ​ທີ່​ສຸດ​ໃນ​ທົ່ວ​ພັກ, ທົ່ວ​ລະບົບ​ການ​ເມືອງ. ຂ້າພະ​ເຈົ້າ​ຄິດ​ວ່າ, ການ​ສຳ​ຫຼວດກວດກາ​ຢ່າງ​ເຂັ້ມ​ງວດ​ຂອງ​ຂັ້ນ​ເທິງ​ຈະ​ເປັນ​ແບບຢ່າງ ​ເພື່ອ​ໃຫ້​ສະມາຊິກ​ພັກ​ທຸກ​ຄົນ​ໃນ​ທຸກ​ຂັ້ນ​ປະຕິບັດ​ຕາມ”.

        ສ່ວນ​ທ່ານ Nguyen Tam Quy ຢູ່ ບິ່ງ​ດິ້ງ ກໍ່​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ບັນດາ​ເນື້ອ​ໃນ​ສຳຄັນ​​ເຊິ່ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້​ຍົກ​ອອກ​ທີ່​ກອງ​ປະຊຸມ​ຜ່ານ​ມາ​ວ່າ:

        ”ກ່ອນ​ນີ້​ການ​ວາງ​ແຜນ​ກຳນົດ​ຍຸດ​ທະ​ສາດ​ໄລຍະ​ຍາວ​ກ່ຽວ​ກັບ​ພະນັກງານ​ແມ່ນ​ບໍ່ທັນ​ຮຽບຮ້ອຍ. ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ສູນ​ກາງ​ໄດ້​ຕັ້ງ​ບັນຫາ​ວາງ​ແຜນ​ກຳນົດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ຖັນ​ແຖວ​ພະນັກງານ ​ເພື່ອ​ມີ​ຖັນ​ແຖວພະນັກງານ​ສືບ​ທອດ ​ແນ​ໃສ່​ປະຕິບັດ​ໜ້າ​ທີ່​ຂອງ​ພັກ​ໃນ​ໄລຍະ​ໃໝ່. ຂ້າພະ​ເຂົ້າ​ຊົມ​ເຊີຍ​ທີ່​ສຸດ

​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ສຳ​ຫຼວດກວດກາ, ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍຂອງ​ກົມ​ການ​ເມືອງ, ຄະນະ​ເລຂາທິການ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ກອງ​ປະຊຸມຄັ້ງ​ທີ 4 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ”ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”. ທ່ານ​ນາງ Nguyen Thi Ly, ​ເມືອງ ຫາຍ​ເຈົາ, ນະຄອນ ດ່າ​ນັ້ງ ​ມີ​ຄວາມ​ເຫັນ​ວ່າ:

”ຜ່ານ​ຂໍ້​ສະຫຼຸບ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ເຮັດ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ເຫັນ​ໄດ້​ຄວາມ​ຮັບຜິດຊອບ​ຂອງ​ກົມ​ການ​ເມືອງ, ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ກົມ​ການ​ເມືອງ​ຈະ​ເຮັດ​ໃຫ້ການ​ປັບປຸງ​ພັກ​ຮອບດ້ານ​ກວ່າ, ​ເລິກ​ເຊິ່ງກວ່າ. ຂ້າພະ​ເຈົ້າ​ເຫັນ​ວ່າການ​ສຳ​ຫຼວດກວດກາ​ກົມ​ການ​ເມືອງກໍ່​ຊອບ​ທຳ ​ແລະ ສົມ​ເຫດ​ສົມ​ຜົນ”.

ປະຊາຊົນ​ຫຼາຍ​ຄົນ​ກໍ່​ຕີ​ລາຄາ​ສູງ​ເລື່ອງ​ຄະນະ​ບໍລິຫານ​ງານ​ສຸມ​ໃສ່​ປຶກສາ​ຫາລື, ປະກອບ​ຄວາມ​ເຫັນ ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່​ນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

 

ຂ່າວ/ບົດ​ອື່ນ