ຫາງສຽງກ່ຽວກັບບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີອິດສະຣາແອນ

ຫາງສຽງກ່ຽວກັບບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີອິດສະຣາແອນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu

(vovworld) - ​ ​ວັນ​ທີ 3/3, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ມີ​ບົດ​ກ່າວ​ປາ​ໄສ​ທີ່ກໍ່​ຄວາມ​ຜິດ​ຖຽງ​ກັນ​ຕໍ່​ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ ອາ​ເມ​ລິ​ກາ, ໃນ​ນັ້ນ​ສຸມ​ໃສ່​ຕຳ​ນິ​ຕິ​ຕຽນ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ ແລະ ຖື​ວ່າ: ຂໍ້​ຕົກ​ລົງ​ນິວ​ເຄຼຍ​ເຊິ່ງ​ກຸ່ມ P5+1 ພວມ​ປະ​ຕິ​ບັດ​ແມ່ນ “ຂໍ້​ຕົກ​ລົງ​ບໍ່​ດີ” ແລະ ຈະ “ເປີດ​ຊ່ອ​ງທາງ​ໃຫ້​ແກ່ ອ​ີ​ຣານ ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ”. ​ການ​ນຳ ອິດ​ສະ​ຣາ​ແອນ ໄດ້ກ່າວ​ຫາອຳ​ນາດ​ການ​ປົກ​ຄອງ Obama ພວມ “​ເມີນ​ເສ​ີຍ​ຕໍ່​ຊ​າ​ຕາ​ກຳ​ຂອງ​ປ​ະ​ເທດ​ໜຶ່ງ” ແລະ ​ຖືວ່າ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ໃໝ່​ຈະ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ ອີ​ຣານ ກຳ​ມະ​ສິດ​ລະ​ເບີ​ດ​ນິວ​ເຄຼຍ​ໄດ້.

        ເຖິງວ່າ, ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ ພວມ​​ໄດ້​ຮັບ​ກ​ານ​ສະ​ໜັບ​ສະ​ໜູນ ແລະ ຄວາມເຫັນ​ດີ​ເຫັນ​ພ້ອມ​ຈາກ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ຈຳ​ນວນ​ໜຶ່ງກໍ່​ຕາມແຕ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​​ບາງ​ຄົນ​ຂອງພັກ ປະ​ຊາ​ທິ​ປະ​ໄຕ ໄດ້​ອອກ​ສ​ຽງ​ຕຳ​ນິ​ຕິ​ຕຽນ​ທ່ານ​ແມ່ນ “ຜູ້ກໍ່​ຄວາມຫວາດ​ຫວັ່ນ”. ໃນ​ຖະ​ແຫຼງ​ການຂອງ​ຕົນ, ທ່ານ​ນາງ Nancy Pelosi, ການ​ນຳ​ຝ່າຍ​ປະ​ຊາ​ທິ​ປະ​ໄຕ ຢູ່​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ, ຖື​ວ່າ ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ ​ໄດ້​ຖື​ເບົາຄວາມ​ຮູ້​ຂອງ ອ​າ​ເມ​ລິ​ກາ ສຳ​ລັບ​ໄພ​ນາບ​ຂູ່​ຈາກ​ຄວາມ​ມັກ​ໃຫຍ່​ໄຟ​ສູງ​ດ້ານ​ນິວ​ເຄຼຍ​ຂອງ ອີ​ຣາ​ນ. ຜູ້​ຕາງ​ໜ້າ​ຂັ້ນ​ສ​ູງ​ຂອງ​ສະ​ຫະ​ພາບ ເອີ​ລົບ ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ພົວ​ພັນ​ຕ່າງ​ປະ​ເທດ Federica Mogherini ກໍ່​ອອກ​ສຽງ​ກ່າວ​ເຕືອນ​ບັນ​ດາ​ທັດ​ສະ​ນະ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ, ຖື​ວ່າ​ທ່ານຜູ້ນີ້​ພວມ “ກໍ່​ໃຫ້​ເກີດ​ຄວາມຢ້ານ​ກົວ”.


ຂ່າວ/ບົດ​ອື່ນ