ຫາງສຽງກ່ຽວກັບສານສະຫະລັດ2015ຂອງປະທານາທິບໍດີອາເມລິກາ

ຫາງສຽງກ່ຽວກັບສານສະຫະລັດ2015ຂອງປະທານາທິບໍດີອາເມລິກາ - ảnh 1
ພາບ​ປະ​ກອບ

(vovworld) - ບັນ​ດາ​ນັກ​ຊ່ຽວ​ຊານ​ຖື​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ໄດ້​ມີ​ການ​ກະ​ທຳ​ຄື​ດັ່ງ​ຜູ້​ຮັບ​ໄຊ​ຊະ​ນະ, ເຖິງວ່າ​ຝ່າຍ ປາ​ຊາ​ທິ​ປະ​ໄຕ ຖືກ​ປະ​ລາ​ໄຊ​ຢ່າງ​ໜັກ​ໜ່​ວງ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ເມື່ອ​ວັນ​ທີ 4/11/2014 ຜ່ານ​ມາ. ຕາມນັ້ນ​ແລ້ວ, ທ່ານ Obama ສະ​ຫງວນ​ເວ​ລາ​ສ່ວນຫຼາຍ​ເພື່ອ​ລາຍ​ງານ​ບັນ​ດາ​ໝາ​ກ​ຜົນ​ດ້ານ​ເສດ​ຖະ​ກິດ​ໃນ 6 ປີ​ກຳ​ອຳ​ນາດ​ຜ່ານ​ມາ. ສານ​ສະ​ຫະ​ລັດ​ຂອງ​ທ່ານ Obama ແມ່ນ “ບໍ່​ປະ​​ນິ​ປະ​ນອມ” ແລະ ມີ​ລັກ​ສະ​ນະ “ບຸກ​ໂຈມ​ຕີ”, ດ້ານ​ໜຶ່ງ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຮ່ວມ​ມື, ດ້ານ​ໜຶ່ງ​ຖະ​ແຫຼງ​ເປັນຫຼາຍ​ເທື່ອ​ວ່າ​ຈະ​ນຳ​ໃຊ້​ສິດຢັບ​ຢັ້ງ​ຖ​້າ​ຫາກວ່າ​ຝ່າຍ ສາ​ທາ​ລະ​ນະ ຮັບ​ຮອງ​ເອົາ​ບັນ​ດາ​ຮ່າງ​ກົດ​ໝາຍ​ແທນ​ທີ​ໂຄງ​ການ​​ປະ​ຕິ​ຮູບ​ສາ​ທາ​ລະ​ນະ​ສຸກ ObamaCare, ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ດ້າ​ນ​ເສດ​ຖະ​ກິດຕໍ່ ອີ​ຣານ ຕື່ມ​ອີກ ຫຼື ສືບ​ຕໍ່​ບຸ​ລິ​ມະ​ສິດ​ໃຫ້​ວົງ​ການ​ນັກເສດ​ຖີ​ຖະ​ໜົນ Wall.

        ສາດ​ສະ​ດາ​ຈານ​ມະ​ຫາ​ວິ​ທະ​ຍາ​ໄລ Robert Lehrman, ນັກ​ຊ່ຽວ​ຊານ​ເຄີຍ​ຂຽນ​ບົດ​ກ່າວ​ປາ​ໄສ​ໃຫ້​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Al Gore, ຖື​ວ່າ​ດ້ວຍ​ສານ​ສະ​ຫະ​ລັດ​ຄັ້ງ​ນ​ີ້, ປະ​ທາ​ນາ​ທິ​ບໍ​ດີ Obama ຢາກ “ຕັ້ງ​ພື້ນ​ຖານ​ໃຫ້​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທຸກ​ຄົນຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ” ໃນ​ການ​​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2016.

        ຕາມ​ຫົວ​ໜ້າ​ຝ່າຍ​​ພັກ​ປະ​ຊາ​ທິ​ປະ​ໄຕສ່ວນ​ໜ້ອຍຢູ່​ສະ​ພາ​ຕ່ຳ, ສະ​ມາ​ຊິກ​ສະ​ພາ​ຕ່ຳ​ທ່ານ​ນາງ Nancy Pelosi ວາດ​ພາບ​ສານ​ສະ​ຫະ​ລັດ​ຂອງ​ທ່ານ Obama ແມ່ນ “ວິໄສ​ທັດ​ກ່ຽວ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ຄວາມ​ວັດ​ທະ​ນະ​ຖາ​ວອນ​ໃຫ້​ບັນ​ດາ​ຄອບ​ຄົວ ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ຊັ້ນກາງ​ໃນ​ສັງ​ຄົມ”… ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ນັກ​ສ້າງ​ກົດ​ໝາຍ​ຂອງ​ພັກ​ສາ​ທາ​ລະ​ນະ​ຍັງ​ອອກ​ສຽງ​ຄັດ​ຄ້ານຂໍ້​ສະ​ເໜີ​ຫຼາຍ​ຢ່າງຂອງ​ທ່ານ Obama.

 


ຂ່າວ/ບົດ​ອື່ນ