ຫາງສຽງກ່ຽວກັບເລື່ອງ ສປປ ເກົາຫຼີ ຖະແຫຼງໃຫ້ຮາກຖານນິວເຄຼຍ Yongpien ເຄື່ອນໄຫວຄືນໃໝ່

ຫາງສຽງກ່ຽວກັບເລື່ອງ ສປປ ເກົາຫຼີ ຖະແຫຼງໃຫ້ຮາກຖານນິວເຄຼຍ Yongpien ເຄື່ອນໄຫວຄືນໃໝ່ - ảnh 1
ຮາກ​ຖານ​ນິວ​ເຄຼຍ Yongpien
(ພາບ: baotintuc.vn)

(vovworld) - ​ພາຍຫຼັງ ສປປ ​ເກົາຫຼີ ຖະ​ແຫຼ​ງຕົກລົງ​ໃຫ​້​ຮາກ​ຖານ​ນິວ​ເຄຼຍ Yongpien ​ເຄື່ອນ​ໄຫວຄືນ​ໃໝ່​ເມື່ອ​ວັນ​ທີ 2/4, ອາ​ເມ​ລິ​ກາ, ຈີນ, ສ ​ເກົາຫຼີ ​ແລະ ອົງການ​ພະລັງງານ​ປະລະມານູ​ສາກົນ (ຫຼື IAEA) ​ໄດ້​ມີ​ບັນດາປະຕິກິ​ລິ​ຍາ​ຕໍ່​ການ​ກະທຳ​ນີ້. ຕາມ IAEA ​ແລ້ວ, “ນີ້​ແມ່ນ​ການກະທຳເປັນ​ໜ້າ​ເສຍດາຍ”, ທີ່ລະ​ເ​ມີດ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ. ສ່ວນ​ອາ​ເມ​ລິ​ກາ ຖື​ວ່າ: ການ​ກະທຳ​ນີ້​ຂອງ ສປປ ​ເກົາຫຼີ​ ​ໄດ້​ລະ​ເມີດ​ບັນດາ​ພັນທະສາກົນ ກໍ່​ຄື​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ ພຽງ​ຢາງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໃຫ້​ຮູ້​ວ່າ: “ອາ​ເມ​ລິ​ກາ​ ​ໄດ້​ກະກຽມ​ຢ່າງ​ຄົບ​ຖ້ວນ ​ແລະ ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈຳ​ເປັນ​ເພື່ອ​ປົກ​ປັກ​ຮັກສາ​ຕົນ​ເອງ ກໍ່​ຄື​ສຳພັນ​ທະ​ມິດ”. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:  ອາ​ເມ​ລິ​ກາ ກຽມ​ພ້ອມ​​​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ສປປ ​ເກົາຫຼີ ຄືນ​ໃໝ່ ຖ້າ​ຫາກ​ພຽງ​ຢາງ “ປະຕິບັດ​ການ​ປອດ​ນິວ​ເຄຼຍຢ່າງ​ເດັດຂາດ”.

        ທີ່ ບັກ​ກິ່ງ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ຈາງ​ອີ​ສວາຍ ຊີ້​ແຈ້ງວ່າ: “ຈີນ ຄັດຄ້ານ​ບໍ່​ວ່າ​ຝ່າຍ​ໃດ​ທີ່ໄດ້​ຍົກ​ອອກ​ບັນດາ​ຖະ​ແຫຼ​ງການ​ທີ່​ມີ​ລັກສະນະເກາະ​ຜິດ ຫຼື ​ມີ​ການ​ກະທຳ​ທຳລາຍ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ແຫຼມ ​ເກົາຫຼີ ​ແລະ ​ໃນ​ພາກ​ພື້ນ”. ທ່ານ​ກໍ່​ຮຽກຮ້ອງ​ໃຫ້​ທຸກໆ​ຝ່າ​ນລະ​ງັບ​ໃຈ ​ແລະ ອຸ່ນ​ອ່ຽງ​ໃຈ​ເພື່ອຫຼີກ​ລ້ຽງ​ທຸກ​ການ​ກະທຳ​ມີ​ໄພ​ເຮັດ​ໃຫ້​ສະພາບ​ການ​ຊົ່ວ​ຮ້າຍ​ຂຶ້ນ​ຕື່ມ.

        ​ໃນ​ສະພາບ​ການ​ຫຼ້າ​ສຸດ, ວັນ​ທີ 03/04, ສປປ ​ເກົາຫຼີ ບໍ່​ອະນຸຍາດ​ໃຫ້​ພົນລະ​ເມື​ອງ ສ ​ເກົາຫຼີ ​ເຂົ້າ​ເຂດ​ອຸດ​ສະຫະ​ກຳ Kaesong, ພາຍຫຼັງ​ນາບ​ຂູ່​ຈະ​ປິດ​ປະຕູ​ເຂດ​ອຸດສາຫະກຳ ​ເຊິ່ງ​ແມ່ນ​ສັນຍາ​ລັກ​ໜຶ່ງ​ດຽວ​ທີ່​ຍັງ​ເຫຼືອຂອງ​ການ​ຮ່ວມ​ມື​ລະຫວ່າງ 2 ພາກ ​ເກົາຫຼີ

ຕອບກັບ

ຂ່າວ/ບົດ​ອື່ນ