ຫາງສຽງຄັດຄ້ານ ອາເມລິກາ ຖອນອອກຈາກສັນຍາ Paris ກ່ຽວກັບເລື່ອງຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ວັນທີ 01 ມີຖຸນາ, ໃນການກະທຳໄດ້ຮັບຖືວ່າ ແມ່ນປະຕິກິລິຍາຢ່າງເປັນທາງການທຳອິດ ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ປະເທດນີ້ ຖອນອອກຈາກສັນຍາ Paris 
ຫາງສຽງຄັດຄ້ານ ອາເມລິກາ ຖອນອອກຈາກສັນຍາ Paris ກ່ຽວກັບເລື່ອງຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  (ພາບ: Getty)

ກ່ຽວກັບເລື່ອງຕ້ານການປ່ຽນແປງຂອງດິນຟ້າອາກາດ, ການນຳ 3 ປະເທດ ອັງກິດ, ຝະລັ່ງ, ເຢຍລະມັນ ໄດ້ອອກຖະແຫຼງການຮ່ວມ ຢັ້ງຢືນສັນຍາດັ່ງກ່າວ ຈະບໍ່ອາດເຈລະຈາຄືນໃໝ່. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ກ່າວວ່າ ທ່ານນາງມີຄວາມຮູ້ສຶກເສຍດາຍຕໍ່ຄຳຕັດສິນຂອງປະທານາທິບໍດີ ອາເມລິກາ Donald Trump ຖອນ ອາເມລິກາ ອອກຈາກສັນຍາ Paris ກ່ຽວກັບເລື່ອງຕ້ານການປ່ຽນແປງຂອງດິນຟ້າອາກາດ. ທ່ານ Sigmar Gabriel ລັດຖະມົນຕີການຕ່າງປະເທດ ເຢຍລະມັນ ແລະ ບັນດາລັດຖະມົນຕີຂອງ ເຢຍລະມັນ ຖືຄຳຕັດສິນດັ່ງກ່າວຂອງທ່ານ Donald Trump ແມ່ນການກະທຳນາບຂູ່ຕໍ່ການເຕີບໂຕເສດຖະກິດ ແລະ ຄວາມກ້າວໜ້າດ້ານເຕັກນິກ. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel, ທ່ານນາຍົກລັດຖະມົນຕີ ອີຕາລີ Paolo Gentiloni ແລະ ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ຖືວ່າ: ສັນຍາ Paris ແມ່ນ “ພື້ນຖານຮ່ວມມືລະຫວ່າງບັນດາປະເທດ ເພື່ອແນໃສ່ສະກັດກັ້ນສະພາບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ ແລະ ທັນການ”.

ຕອບກັບ

ຂ່າວ/ບົດ​ອື່ນ