ຫາງສຽງຄັດຄ້ານນະໂຍບາຍໃໝ່ຂອງອາເມລິກາສຳລັບກູບາ

(VOVWORLD) -ວັນທີ 16 ມິຖຸນາ, ລັດຖະບານ ກູບາ ໄດ້ກ່າວປະນາມນະໂຍບາຍໃໝ່ຂອງອຳນາດການປົກຄອງປະທານາທິບໍດີ Donald Trump ທີ່ຫາກໍ່ປະກາດສຳລັບປະເທດນີ້ິ້, ພ້ອມທັງຢືນຢັນຄວາມປາດຖະໜາຢາກ “ເຈລະຈາຢ່າງມີຄວາມເຄົາລົບ” ກັບ ວໍຊິງຕັນ.

ຫາງສຽງຄັດຄ້ານນະໂຍບາຍໃໝ່ຂອງອາເມລິກາສຳລັບກູບາ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດກູບາ Bruno Rodriguez

(ພາບປະກອບ: AFP/ TTXVN)

ໃນຂະນະນັ້ນ, ຫາງສຽງຢູ່ພາກພື້ນອາເມລິກາລາຕິນ, ທະວີບອາເມລິກາ ແລະ ຢູ່ພາຍໃນປະເທດອາເມລິກາ ກໍ່ໄດ້ຄັດຄ້ານການກະທຳດັ່ງກ່າວຢ່າງແຮງ. ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ຖືວ່າ, ນີ້ແມ່ນການກະທຳ “ເກາະຜິດ” ແລະ “ນາບຂູ່” ຂອງຜູ້ນຳໜ້າທຳນຽບຂາວ. ທ່ານ Maduro ຮຽກຮ້ອງໃຫ້ປະຊາຊົນທົ່ວໂລກອອກສຽງສະແດງຄວາມສາມັກຄີກັບກູບາ ແລະ ຢືນຢັນ ປະເທດເກາະ Caribe ຈະບໍ່ມີເວລາໃດທີ່ຖືກຕົກຢູ່ໂດດດ່ຽວ. ແບ່ງປັນທັດສະນະດັ່ງກ່າວ, ທ່ານປະທານາທິບໍດີ ໂບລີເວຍ Evo Morales ກໍ່ສະແດງຄວາມສາມັກຄີກັບລັດຖະບານ ແລະ ປະຊາຊົນກູບາ, ພ້ອມທັງກ່າວປະນາມອຳນາດການປົກຄອງອາເມລິກາ ບໍ່ສົນໃຈເຖິງຄຳຮຽກຮ້ອງຍົກເລີກຄຳສັ່ງຂວ້ຳບາດຕ້ານ La Habana ຂອງທົ່ວໂລກ… ແລະ ພາຍໃນປະເທດອາເມລິກາ ເອງ, ມີອົງການຈັດຕັ້ງ ແລະ ນັກການເມືອງຫຼາຍຄົນກໍ່ອອກສຽງຄັດຄ້ານຂໍ້ຕົກລົງຂອງທ່ານປະທານາທິບໍດີອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ