ຫາງສຽງຈີນຄັດຄ້ານ ເລື່ອງຕັ້ງຮ້ານເຈາະນ້ຳມັນ ໄຮຢາງ-981 ໃນເຂດເສດຖະກິດຈຳເພາະແລະເຂດໄຫຼ່ທະວີບຂອງຫວຽດນາມ

ຫາງສຽງຈີນຄັດຄ້ານ ເລື່ອງຕັ້ງຮ້ານເຈາະນ້ຳມັນ ໄຮຢາງ-981 ໃນເຂດເສດຖະກິດຈຳເພາະແລະເຂດໄຫຼ່ທະວີບຂອງຫວຽດນາມ - ảnh 1
ພາບປະກອບ

(vovworld) – ​ໃນ​ Blog ສ່ວນ​ຕົວ​ຂອງ​ສາດສະດາຈານ ຫຼີລິງຄ໋ວາ, ​ແບ່ງປັນ​ວ່າ: “ຂ້າພະ​ເຈົ້າ​ເຫັນ​ວ່າ: ນັບ​ມື້​ນັບ​ຮັບ​ຮູ້​ກ່ຽວກັບຄວາມທີ່​ຜິດພາດ​ຂອງ​ຜູ້ນຳ ຈີນ. ການ​ກະທຳ​ຄື​ແນວ​ນັ້ນ​ຈະ​ກຳອຳນາດ ຈີນ​ ​ເຂົ້າ​ທິດ​ກ້າວເດີນທີ່​ຜິດພາດ, ສຸດ​ທ້າຍ​ຈະ​ຖືກ​ປະຊາ​ຄົມ​ໂລກ​ຕຳ​ນິຕິ​ຕຽນ. ​ເຂົາ​ເຈົ້າ​ມີ​ແຕ່​ເຫັນ​ຜົນ​ປະ​ໂຫຍ​ດ​ແກ່ສະເພາະໜ້າ ​ເຊິ່ງບໍ່​ຄິດ​ເຖິງ​ຜົນ​ປະ​ໂຫຍ​ດຄາວ​ນານ. ສັນ​ຕິພາບ​ໃນ​ພາກ​ພື້ນ​ສຳຄັນ​ທີ່​ສຸດ, ຖ້າ​ຫາກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ບັນດາ​ປະ​ເທດ​ພ້ອມ​ກັນ​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ ກັນ, ພ້ອມ​ກັນ​ຮັບ​ໄຊຊະນະ. ຖ້າ​ຫາກ​ບໍ່​ມີ​ສັນຕິພາບ, ສະ​ຖຽນລະ​ພາບ, ຜົນ​ປະ​ໂຫຍ​ດ​ຍິ່ງ​ໃຫຍ່​ຄື​ແນວ​ໃດກໍ່ຕາມ ກໍ່​ຈະ​ບໍ່​ເທົ່າ​ກັບຄວາມ​ເສຍ​ຫາຍ. ​ເຂົາ​ເຈົ້າ​ພຽງ​ແຕ່​ຄິດ​ເຖິງການ​ປົກ​ປັກ​ຮັກສາ​​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ​ແຕ່​ຂ້າພະ​ເຈົ້າ​ຖືວ່າ​ນັ້ນ​ແມ່ນບໍ່ມອງກວ້າງເຫັນໄກ​, ປະ​ຫວັດ​ສາດ​ຈະພິສູດ​ໃຫ້​ເຫັນ​ສິ່ງ​ດັ່ງກ່າວ. ຂ້າພະ​ເຈົ້າຫວັງ​ວ່າ: ລັດຖະບານ ຈີນ ຈະ​ຕື່ນ​ສະຕິໂດຍ​ໄວ.”

    ສ່ວນ​ຜູ້​ມີ​ຊື່ວ່າ Jiemang ຕັ້ງ​ຄຳ​ຖາມ​ວ່າ: ເປັນຫຍັງພວກ​ເຮົາ​ຢາກ​ກໍ່​ຄວາມ​ຂັດ​ແຍ້​ງໃນພາບດຽວກັບ ຍີ່ປຸ່ນ, ຟິລິບ​ປິນ, ຫວຽດນາມ? ຈາກ​ນັ້ນ​ຈະ​ແມ່ນຫົວຂວັນ​ຂອງ ອາ​ເມ​ລິ​ກາ ​ແລະ ຄວາມບໍ່ພໍໃຈຂອງບັນດາ​ປະ​ເທດອາ​ຊຽນ. ທຸກ​ຄົນ​ລອງ​ຊອກ​ຮູ້ເບິ່ງວ່າ ປະຊາ​ຄົມ​ໂລກ​ສັງເກດ “​ເສັ້ນລິ້ນງົວ 9 ຕອນ” ຄື​ແນວ​ໃດ. ໂດຍ​ແມ່ນ​ຊາວ ຈີນ ຄົນ​ໜຶ່ງ​ຂ້າພະ​ເຈົ້າ​ກໍ່​ຮູ້ສຶກ​ອັບອາຍ.

    ກໍ່​​ໃນ​ເວທີ​ປາ​ໄສ​ນີ້, ມີ​ບົດ​ຂຽນ​ຂອງ​ເພື່ອນ Lixiaoxing ທີ່​ໄດ້​ປະຕິ​ເສດ​ທັດສະນະ​ຂອງ ດຣ ຫູປົວ, ສັງ​ກັດ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ຈີນ, ມະຫາວິທະຍາ​ໄລ ບັງ​ກິ່ງ ​ເມື່ອ​ທ່ານ​ຜູ້​ນີ້​ມີ​ບົດ​ຂຽນ “ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ບໍ່​ອາດ​ປະຕິ​ເສດ​ແຜນ​ນະ​ໂຍບາຍ​ເສັ້ນທາງ 9 ຕອນ​ຂອງ ຈີນ”. ​ເປັນ​ໜ້າ​ສົນ​ໃຈ, ບົດ​ຂຽນ​ຂອງ​ເພື່ອນ Lixiaoxing ​ໄດ້​ຮັບ​ກາ​ນຊົມ​​ເຊີ​ຍ ​ແລະ ສະໜັບສະໜູ​ນຈາກ​ປະຊາ​ຄົມ.

ຂ່າວ/ບົດ​ອື່ນ