ຫາງສຽງຍີ່ປຸ່ນສືບຕໍ່ຕີລາຄາສູງການຢ້ຽມຢາມຍີ່ປຸ່ນຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ

ຫາງສຽງຍີ່ປຸ່ນສືບຕໍ່ຕີລາຄາສູງການຢ້ຽມຢາມຍີ່ປຸ່ນຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ - ảnh 1
(ຫາງສຽງຍີ່ປຸ່ນສືບຕໍ່ຕີລາຄາສູງການຢ້ຽມຢາມຍີ່ປຸ່ນ
ຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ)

(vovworld) - ​​ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ສິ້ນ​ສຸດ​ການ​ຢ້ຽມຢາມ​ຍື່ປຸ່ນ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 15-18/9 ຢ່າງ​ຈົບງາມ. ​ໃນ​ຊຸມ​ມື້​ນີ້, ຫາງ​ສຽງ​ຍີ່ປຸ່ນ ສືບ​ຕໍ່​ສະ​ແດງ​ຄວາມ​ຫວັງ​ຕໍ່​ການ​ພັດທະນາ​ໃໝ່​ ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ມີນັກທຸລະກິດ​ຫຼາຍ​ຄົນ ​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ແງ່​ຫວັງ​ຮ່ວມ​ມື​ໃໝ່​ລະຫວ່າງ​ວິ​ສາ​ຫະກິດ​ສອງ​ປະ​ເທດ. ທ່ານ Masaharu Mochizuki, ຜູ້ອຳນວຍການ​ບໍລິສັດ​ບໍລິການ​ການ​ແພດ Kanagawa, ​ເຊິ່ງ​ແມ່ນ​ບໍລິສັດ​ໄດ້ຮັບ​ການ​ສ້າງ​ຕັ້ງ​​ຢູ່​ຫວຽດນາມ ຖື​ວ່າ, ນັບ​ແຕ່​ນີ້​​ເປັນ​ຕົ້ນ​ໄປ ​ບໍລິສັດ​ຂອງ​ທ່ານ​ຈະ​ມີ​ຄວາມ​ສະດວກ​ກວ່າ. ສ່ວນ Koiruwa Yuji, ຜູ້​ວ່າການ​ແຂວງ Kanagawa ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ໄດ້​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ມາ​ຢ້ຽມຢາມບ້ານ​ເກີດ​ຂອງ​ຕົນ.

        ສື່ສານ​ຍື່ປຸ່ນ​ ໃນ​ຊຸມ​ມື້​ນີ້ ສືບ​ຕໍ່​ມີ​ບົດ​ຂຽນ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຍີ່ປຸ່ນ ຂອງ ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ. ບັນດາ​ໜັງສືພິມ​ສະບັບ​ອອກ​ວັນ​ທີ 16, 17/9 ລ້ວນ​ແຕ່​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມຄັ້ງ​ນີ້, ​ໃນ​ນັ້ນ​ຊີ້​ໃຫ້​ເຫັນ​ຄວາມ​ສາມັກຄີ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໃນ​ທຸກ​ຂົງ​ເຂດ. ດ້ວຍ​ຫົວ​ຂໍ້​ວ່າ: “ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ - ຍີ່ປຸ່ນ: ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ເສດຖະກິດ“, ໜັງສື​ພິມ Sankei ລາຍ​ວັນ ​ໄດ້​ເນັ້ນ​ໜັກ​ວ່າ, ​ໃນ​ການ​ເຈລະຈາ​ລະຫວ່າງ ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ການ​ນຳ​ສອງ​ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ກະສິກຳ ​ແລະ ພະລັງງານ, ທັງ​ຕັ້ງໜ້າ​ຊຸກຍູ້​ວິວັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊິ​ຟິກ (TPP) ​ໃຫ້​ສຳ​ເລັດ​ໂດຍ​ໄວ​. ນີ້​ແມ່ນ​ໂອກາດ​​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ