ຫາງສຽງຕີລາຄາສູງວາລະຊັກຖາມຂອງບັນດາສະມາຊິກລັດຖະບານທີ່ກອງປະຊຸມສະໄໝສາມັນເທື່ອທີ7

ຫາງສຽງຕີລາຄາສູງວາລະຊັກຖາມຂອງບັນດາສະມາຊິກລັດຖະບານທີ່ກອງປະຊຸມສະໄໝສາມັນເທື່ອທີ7 - ảnh 1
ພາບປະກອບ

(vovworld) – ​ວາລະ​ຊັກ​ຖາມ​ທີ່​ແກ່ຍາວ​ເປັນ 2,5 ມື້​ຂອງ​ສະພາ​ແຫ່ງ​ຊາດ ສຳ​ລັບ​ສະມາຊິກ ລັດຖບານ 5 ທ່ານ​ຖື​ດອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12/6, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ.

        ຕິດຕາມ​​ເນື້ອ​ໃນ​ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເຈີ່ນ​ແມ້ງ​ລອງ (​ແຂວງ ກອນ​ຕຸ​ມ) ​ຍອມຮັບ​ວ່າ: ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​​ໄດ້​ຕອບ​ຊັກ​ຖາມ​ຢ່າງ​ຈະ​ແຈ້ງ, ຮອບດ້ານ, ຊື່​ຕົງ ​ແລະ ​​​ມີ​ກຳລັງ​ສາມາດເກ້​ຍກອມ​ສູງ​ກ່ຽວ​ກັບ​ບັນດາ​ເນື້ອ​​ໃນ​ເຊິ່ງ ສສຊ ກໍ່​ຄື​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ມີ​ຄວາມ​ສົນ​ໃຈ, ພິ​ເສດ​ແມ່ນ​ບັນດາ​ມາດ​ຕະການ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ. ທ່ານ ເຈີ່ນ​ແມ້ງ​ລອງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ອະພິປາຍ​ຢ່າງຮອບດ້ານ​ບາງ​ບັນຫາ​ເຊິ່ງສະພາ​ແຫ່ງ​ຊາດ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ, ຈາກ​ດ້ານ​ເສດຖະກິດ, ການ​ເມືອງ, ວັດທະນະທຳ ສັງຄົມ​ຕະຫຼອດ​ຮອດການປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ. ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່​ມາດ​ຕະການ​ແກ້​ໄຂ​ຂອງ​ລັດຖະບານ ທີ່​ມີຕໍ່​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981 ​ໃນ​ເຂດ​ໄຫຼ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ. ຮຽກຮ້ອງ​ຫາງ​ສຽງ​ໂລກ​ສະໜັບສະໜູນ​ຫວຽດນາມ. ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ຂອງ​ລັດຖະບານ”

        ວາລະ​ຊັກ​ຖາມ​ສະມາ​ຊິ​ລັດຖະບານ 5 ທ່ານ ກໍ​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຂອງ ສສຊ. ທ່ານ ​ເລ​ຍືຕ໋ຽນ, ສສຊ ​ແຂວງ​ກວາງ​ຈີ້, ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ຖື​ວ່າ​ນີ້​ແມ່ນ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ການ​ຊັກ​ຖາມ. ການ​ຊັກ​ຖາມ​ບໍ່​ແມ່ນ​ຊອກ​ຫາ​ຂໍ້​ມູນ​ຂ່າວ ຫຼື​ສະໜອງ​ຂໍ້​ມູນ​ຂ່າວ, ຫາກ​ແມ່ນ​ກຳນົດ​ຄວາມ​ຮັບຜິດຊອບ​ໜ້າ​ທີ່​ຂອງ​ຜູ້​ທີ່​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ແລະ ​ໃຫ້​ສັດຕະຍາບັນ“.

ຂ່າວ/ບົດ​ອື່ນ