ຫາງ​ສຽງທັງ​ຢ​ູ່ ພາຍ​ໃນ ແລະ ຕ່າງ​ປະ​ເທດ ສ່ອງ​ແສງພາຍຫຼັງ ໄຊ​ຊະ​ນະ​ຂອງ​ທິມ​ບານ​ເຕະ​ຊາຍ U22 ຫວຽດ​ນາມ

(VOVWORLD) -ພາຍຫຼັງນັດແຂ່ງຂັນຊິງຊະນະເລີດບານເຕະຊາຍ SEA Games 2019 ໃນຕອນຄ່ຳວັນທີ 10 ທັນວາ, ສື່ມວນຊົນສາກົນໄດ້ພ້ອມກັນຍ້ອງຍໍສັນລະເສີນ ໄຊຊະນະຢ່າງຂາດຂັ້ນຂອງ ທິມບານເຕະ U22 ຫວຽດນາມ ຕໍ່ U22 ອິນໂດເນເຊຍ.
ຫາງ​ສຽງທັງ​ຢ​ູ່ ພາຍ​ໃນ ແລະ ຕ່າງ​ປະ​ເທດ ສ່ອງ​ແສງພາຍຫຼັງ ໄຊ​ຊະ​ນະ​ຂອງ​ທິມ​ບານ​ເຕະ​ຊາຍ U22 ຫວຽດ​ນາມ - ảnh 1ພາບປະກອບ (ພາບ: VTCNEWS) 

ໜັງສືພິມ Live Sport Asia ໄດ້ໃຫ້ຂໍ້ສັງເກດວ່າ: “ໄຊຊະນະ 3 – 0 ຂອງ ຫວຽດນາມ ຕໍ່ ອິນໂດເນເຊແມ່ນໄຊຊະນະທີ່ສົມກັບການໄດ້ຮັບຫຼຽນຄຳ SEA Games 30”. ໃນຂະນະນັ້ນ, ໜັງສືພິມ Siamsports ຂອງ ໄທໄດ້ປະກາດວ່າ “ ຫວຽດນາມ ໄດ້ກາຍເປັນ ຍອດສູງດ້ານກິລາ ຢູ່ Sea Games 30 ພາຍຫຼັງຄວາມລໍຄອຍມາເປັນເວລາ 60 ປີ, ເປັນໄຊຊະນະທີ່ສົມກັບບັນດາສິ່ງທີ່ ຄູຝຶກ Park ພ້ອມກັບ ນັກເຕະບານ ປະຕິບັດ”.

        ຢູ່ ຫວຽດນາມ, ຕອນຄ່ຳວັນທີ 10 ທັນວາ, ມີ ກອງເຊຍຫຼາຍຄົນທີ່ມາຈາກຍບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ພາກັນລົງຖະໜົນ, ສະແດງຄວາມຊົມເຊີຍຕໍ່ລະດັບແຊັມຂອງ ທິມບານເຕະ U22 ຫວຽດນາມ ໃນຮອບ 60 ປີຜ່ານມາ.

ມືນີ້ເປັນຄັ້ງທຳອິດ ຫວຽດນາມ ຄ້ວາໄດ້ຫຼຽນຄຳບານເຕະ Sea Games. ດີໃຈຫຼາຍ, ມ່ວນຫຼາຍ, ທຸກຄົນ ຜູ້ໃດກໍ່ຮູ້ສຶກພູນໃຈ. ບັນດານັກເຕະບານ ຫວຽດນາມ ມືນີ້ ໄດ້ແຂ່ງຂັນຈົນສຸດຄວາມສາມາດຂອງຕົນເພື່ອປະເທດຊາດ.

        ຂ້າພະເຈົ້າຍາມໃດກໍ່ຕິດຕາມບັນດານັດແຂ່ງຂັນເຕະບານຂອງທິມ ຫວຽດນາມ ໃນ Sea Games 30 ຢ່າງໃກ້ຊິດ. ຄືກັນກັບຜູ້ຊົມຫວຽດນາມຫຼາຍລ້ານຄົນ, ເມື່ອທິມຊາດ ຫວຽດນາມໄດ້ຍິງເຂົ້າປະຕູຂອງຄູ່ແຂ່ງ, ຂ້າພະເຈົ້າມີຄວາມຮູ້ສຶກ ພາກພູມໃຈ, ຮູ້ສຶກມີຄວາມສຸກຢ່າງແທ້ຈິງ, ບໍ່ມີຄຳເວົ້າໃດສາມາດພັນລະນາໄດ້. ພວກເຮົາຍາດໄດ້ໄຊຊະນະຢ່າງສິ້ນເຊິງ, ນັບແຕ່ຍຸດທະວິທີເຕະບານ ຈົນຮອດການກະທຳຂອງບັນດານັກເຕະບານ, ພິເສດແມ່ນຜູ້ຮັກສາປະຕູ ວັນຕ໋ວານ ແມ່ນ ສຸດຍອດເລີຍ.

ຕອບກັບ

ຂ່າວ/ບົດ​ອື່ນ