ຫາງສຽງທັງຢູ່ພາຍໃນ ແລະ ຕ່າງປະເທດສືບຕໍ່ຄັດຄ້ານການກະທຳຂອງຈີນ

    ຫາງສຽງທັງຢູ່ພາຍໃນ ແລະ ຕ່າງປະເທດສືບຕໍ່ຄັດຄ້ານການກະທຳຂອງຈີນ - ảnh 1
ບັນດານັກສຶກສາ, ຊາວໜຸ່ມໄດ້ຈັດ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ຄັດຄ້ານ​ເລື່ອງ​ຈີນ​ຕັ້ງຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ​​ໃນ​ເຂດ​ໄຫຼ່​ທະວີບ​ ​ແລະ ເຂດ​ເສດຖະກິດ​ຈຳ​ເພາະ ຂອງ​ຫວຽດນາມ  (ພາບ: baomoi)

(vovworld)- ວັນ​ທີ 15/5, ມະຫາວິທະຍາໄລສ້າງຄູເຕັກນິກນະຄອນ ໂຮ່ຈິມິນ, ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ​ແຂວງ ດົງ​ນາຍ, ມະຫາວິທະຍາໄລ ຍາ​ຈາງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ຈີນ​ແຂວງ​ເທື່ອ​ທຽນ​ເຫ້ວ... ​ໄດ້​ຈັດ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ຄັດຄ້ານ​ເລື່ອງ​ຈີນ​ຕັ້ງຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ​​ໃນ​ເຂດ​ໄຫຼ່​ທະວີບ​ ​ແລະ ເຂດ​ເສດຖະກິດ​ຈຳ​ເພາະ ຂອງ​ຫວຽດນາມ, ພ້ອມ​ທັງ​ແຜ່​ບໍລິຈາກ​ເງິນ​ສະໜັບສະໜູນບັນດາ​ນັກຮົບ​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ຫວຽດນາມ.

  ຕອນ​ຄ່ຳ​ວັນ​ທີ 15/5, ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ບັນດາ​ວັນ​ບຸນ​ໃຫຍ່​ຂອງ​ຊາດ​ຄື 124 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ​ໂຮ່ຈິ​ມິນ, 60 ປີ ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ ​ແລະ 39 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ່ານ​ຫງວຽນ​ແທງ​ເຕີນ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ອີນ​ເດຍ ສະ​ເໜີ​ໃຫ້​ນັກຮຽນ, ນັກ​ສຶກສາ​ຫວຽດນາມ​ພວມ​ຮ່ຳຮຽນ​ຢູ່​ອິນ​ເດຍຊຶ່ງ​ມີ​ໂອກາດ​ພົບ​ປະ​ແລກປ່ຽນ​ກັບ​ນັກ​ສຶກສາ, ສາດສະດາຈານ, ນັກຮຽນ​ຮູ້​ອິນ​ເດຍ ​ແລະ ສາກົນ ຈົ່ງ​ຖ່າຍ​ທອດ​ຂໍ້​ມູນ​ຂ່າວສານ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ການລະ​ເມີດ​ອະທິປະ​ໄຕ​ຫວຽດນາມ​ຂອງ​ຈີນ.

    ວັນທີ 15/5, ຢູ່​ມົດ​ສະ​ກູ, ຕອບ​ສຳພາດນັກ​ຂ່າວ VOV ປະຈຳ​ລັດ​ເຊຍ​ກ່ຽວກັບ​ເລື່ອງ​ລັດ​ເຊຍ​ມີ​ຄວາມ​ສົນໃຈ​​ຄື​ແນວ​ໃດຕໍ່​ເລື່ອງ​ຈີນ​ລະ​ເມີດ​ກົດໝາຍ​ສາກົນ, ​ຕັ້ງຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ​​ໃນ​ເຂດ​ໄຫຼ່​ທະວີບ​ ​ແລະ ເຂດ​ເສດຖະກິດ​ຈຳ​ເພາະ ຢູ່ເຂດທະ​ເລ​ຕາ​ເວັນ​ອອກ ? ທ່ານ Alecxandr Lukashevich ຫົວໜ້າ​ກົມ​ການ​ຂ່າວ, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ຊີ້​ແຈ້ງວ່າ : 

    “ ພວກ​ຂ້າພະເຈົ້າຕິດຕາມຢ່າງໃກ້ຊິດກ່ຽວກັບບັນດາການຜັນແປທີ່ນັບມື້ ນັບສັບສົນຢູ່ທະເລ ຕາເວັນອອກ. ພວກຂ້າພະເຈົ້າປາດຖະໜາວ່າ ບັນດາທີ່ ກ່ຽວຂ້ອງຈະລະງັບໃຈ ແລະ ອາດຈະແກ້ໄຂ       ບັນດາ ຄວາມບໍ່ລົງລອຍກັນ ຜ່ານການເຈລະຈາ ”

    ​ແລະ ກໍ​ໃນວັນ​ທີ 15/5, ສະມາຄົມ​ມິດຕະພາບ​ຝະລັ່ງ-ຫວຽດນາມ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ສະຖານທູດ​ຫວຽດນາມ​ປະຈຳ​ຝະລັ່ງ ສະ​ແດງ​ການ​ຄັດຄ້ານ​ຈີນ​ຢ່າງຮຸນ​ແຮງ, ຮຽກຮ້ອງ​ຈີນ​ຈົ່ງ​ຖອນຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ​ພ້ອມ​ດ້ວຍ​ບັນດາ​ກຳ​ປັ່ນ​ຄຸ້ມ​ກັນ ອອກ​ຈາກ​ເຂດ​ໄຫຼ່​ທະວີບ​ ​ແລະ ເຂດ​ເສດຖະກິດ​ຈຳ​ເພາະ ຂອງ​ຫວຽດນາມ, ​ເຄົາລົບຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ເລື່ອງ​ກ້າວ​ໄປ​ເຖິງ​ການ​ບັນລຸປະມວນ​ລະບຽບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ COC ​ໂດຍ​ໄວ. 

ຂ່າວ/ບົດ​ອື່ນ