ຫາງສຽງຝະລັງຕີລາຄາ ສູງເລື່ອງຫວຽດນາມໄດ້ ຮັບເລືອກຕັ້ງເຂົ້າສະພາ ສິດທິມະນຸດ ສປຊ


ຫາງສຽງຝະລັງຕີລາຄາ ສູງເລື່ອງຫວຽດນາມໄດ້ ຮັບເລືອກຕັ້ງເຂົ້າສະພາ ສິດທິມະນຸດ ສປຊ - ảnh 1
ທ່ານ​ນາງ Anstett  (ຊ້າຍ) ຕອບ​ສຳພາດ​ນັກ​ຂ່າວ vov

 (ພາບ:vov )

 (vovworld)-​​​​ ​ ເລື່ອງ​ຫວຽດນາມ​ ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າສະພາ​ສິດທິ​ມະນຸດ ສປຊ ​ໄດ້​ເປີດ​ໜ້າ​​ໃໝ່​ກ່ຽວ​ກັບ​ດ້ານ​ອິດ​ທິພົນ​ຊື່​ສຽງ ​ແລະ ຄວາມ​ຮັບຜິດຊອບ​ສາກົນ​ຂອງ​ຫວຽດນາມ. ທ່ານ​ນາງ Martine Anstett ຮອງ​ຫົວໜ້າ​ກົມສິດທິ​ມະນຸດ, ປະຊາທິປະ​ໄຕ ​ແລະ ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ສັງກັດ​ອົງການ​​ໃຊ້ພາສາ​ຝະລັງ​ສາກົນ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ ເມື່ອ​ຕອບ​ສຳພາດ​ນັກ​ຂ່າວ​ວິທະຍຸກະຈາຍສຽງ ​ຫວຽດນາມ ປະຈຳ​ຝະລັງ. ທ່ານ​ນາງ Martine Anstett ຖື​ວ່າ:

​   “ເລື່ອງ​ຫວຽດນາມ​ ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າສະພາ​ສິດທິ​ມະນຸດ ສປຊ ​ແມ່ນ​ສຳຄັນ​ທີ່​ສຸດ. ນີ້​ແມ່ນອົງການ​ລະຫວ່າງ​ລັດຖະບານ​ສູງ​ສຸດ​ຂອງໂລກ​ໃນ​ຂົງ​ເຂດສິດທິ​ມະນຸດ. ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ໃນ​ຫຼາຍ​ດ້ານ​ຄື: ​ເສດຖະກິດ, ການ​ສຶກສາ, ບຳລຸງ​ສ້າງ ​ແລະ ບັນລຸ​ໄດ້​ຫຼາຍ​ຜົນງານ​ອັນຕັ້ງໜ້າ​ໃຫ້​ແກ່ ປຊຊ. ນອກຈາກ​ນັ້ນ, ຫວຽດນາມ ​ແມ່ນ​ຜູ້ຕາງໜ້າ​ຂອງ​ອາ​ຊຽນ ກໍ່​ຄື​ແມ່ນ​ສະມາຊິກ​ຂອງ​ອົງການ​ໃຊ້​ພາສາ​ຝະລັງ​ສາກົນ ​ເມື່ອ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງກໍ່​ມີ​ທ່າ​ໄດ້​ປຽບ​ຈຳນວນ​ໜຶ່ງ​ໃນ​ການ​ເລືອກ​ຕັ້ງ. ອົງການ​ໃຊ້​ພາສາ​ຝະລັງ​ສາກົນ ສະໜັບສະໜູນ​ເລື່ອງ​ຫວຽດນາມ ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າສະພາ​ສິດທິ​ມະນຸດ ສປຊ ​ແລະ ຍາມ​ໃດ​ກໍ່​ຮ່ວມ​ເດີນທາງ​ກັບ​ຫວຽດນາມ ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ບັນດາ​ຄຳໝັ້ນສັນຍາ​ໃນ​ອາຍຸ​ການ​ເປັນ​ສະມາຊິກ​ຂອງສະພາ“.

ຂ່າວ/ບົດ​ອື່ນ