ຫາງສຽງມີຄວາມວິຕົກກັງວົນກ່ຽວກັບຖະແຫຼງການຫຼຸດຜ່ອນຄໍາໝັ້ນສັນຍາ ທີ່ກ່ຽວຂ້ອງເຖິງນິວເຄຼຍ ຂອງທ່ານປະທານາທິບໍດີ ອີຣານ

(VOVWORLD) -ນັບແຕ່ວັນທີ 6 ພະຈິກ ເປັນຕົ້ນໄປ, ປະເທດນີ້ ຈະເສີມທາດ ຢູຣານຽມ ໃນລະດັບ 5% ຢູ່ຮາກຖານນິວເຄຼຍ ໃຕ້ດິນ Fordow.

        ໃນການກະທໍາຫຼ້າສຸດຂອງ ລັດຖະບານ ອີຣານ, ທ່ານ Ali Akbar Saleri ຫົວໜ້າອົງການພະລັງງານປະລາມານູ ຂອງ ອີຣານ ຖະແຫຼງວ່າ ນັບແຕ່ວັນທີ 6 ພະຈິກ ເປັນຕົ້ນໄປ, ປະເທດນີ້ ຈະເສີມທາດ ຢູຣານຽມ ໃນລະດັບ 5% ຢູ່ຮາກຖານນິວເຄຼຍ ໃຕ້ດິນ Fordow, ພ້ອມທັງຢັ້ງຢືນວ່າ ເຕເຮຣານ ມີຄວາມສາມາດຢ່າງພຽງພໍເພື່ອເສີມທາດຢູຣານຽມໃນລະດັບ 20% ຖ້າຫາກມີຄວາມຈໍາເປັນ.

ຫາງສຽງມີຄວາມວິຕົກກັງວົນກ່ຽວກັບຖະແຫຼງການຫຼຸດຜ່ອນຄໍາໝັ້ນສັນຍາ ທີ່ກ່ຽວຂ້ອງເຖິງນິວເຄຼຍ ຂອງທ່ານປະທານາທິບໍດີ ອີຣານ  - ảnh 1 ພະນັກງານເຮັດວຽກຢູ່ໂຮງງານຜະລິດທາດຢູຣານຽມ 

Isfahan, Iran (ພາບ: AFP/TTXVN)

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຖະແຫຼງວ່າ ປະເທດນີ້ ຈະສືບຕໍ່ເສີມທາດຢູຣານຽມ ເພື່ອແນໃສ່ຫຼຸດຜ່ອນຄໍາໝັ້ນສັນຍາຂອງປະເທດນີ້ ທີ່ລະບຸໃນຂໍ້ຕົກລົງ JCPOA.

        ຕໍ່ໜ້າການກະທໍາດັ່ງກ່າວ ຂອງ ອີຣານ, ໂຄສົກກະຊວງການຕ່າງປະເທດ ຝລັ່ງ Agnes von der Muhll ເນັ້ນໜັກວ່າ ຖະແຫຼງການຂອງ ອີຣານ ໄດ້ໄປຝືນກັບຂໍ້ຕົກລົງ JCPOA ພ້ອມທັງເນັ້ນໜັກວ່າ ຝລັ່ງ ຍັງຄົງສືບຕໍ່ຮັກສາຄໍາໝັ້ນສັນຍາໃນຂໍ້ຕົກລົງ JCPOA ໄວ້ ແລະ ກະຕຸກຊຸກຍູ້ ໃຫ້ ເຕເຮຣານ ປະຕິບັດພັນທະແລ  ມີການຮ່ວມມືກັບ ອົງການພະລັງງານປະລາມານູສາກົນ ຢ່າງຄົບຖ້ວນ. 

ໃນຂະນະນັ້ນ, ທ່ານ Dmitry Peskov ໂຄສົກຂອງທ່ານປະທານາທິບໍດີລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ກໍມີຄວາມວິຕົກກັງວົນຕໍ່ຖະແຫຼງການຂອງ ອີຣານ ເຊັ່ນດຽວກັນ ແລະ ຖືວ່າ ການກະທໍາດັ່ງກ່າວ ຂອງ ອີຣານ ຈະບໍ່ນໍາມາເຊິ່ງໝາກຜົນທີ່ດີງາມໃດໆທັງນັ້ນ.  

ຕອບກັບ

ຂ່າວ/ບົດ​ອື່ນ